ຄູ່ແຝດຮຽນເກັ່ງ ຫຼ້າສຸດຄວ້າລາງວັນນັກຮຽນເກັ່ງຂັ້ນນະຄອນຫຼວງໄດ້ທັງສອງອີກແລ້ວ

267

ເຊື່ອວ່າຫຼາຍຄົນຈື່ຈຳໄດ້ເປັນຢ່າງດີ ສຳລັບຄູ່ຝາແຝດຄູ່ນີ້ແມ່ນມີດີກຣີ ເຈົ້າຂອງຫຼຽນຄຳນັກຮຽນເກັ່ງລະດັບຊາດ ຊັ້ນມໍ4 ທັງສອງ ໃນສົກຮຽນປີ 2018-2019 ວິຊາຄະນິດສາດ ແລະ ວິຊາພາສາລາວ-ວັນນະຄະດີ ຈົນເອີ້ນໄດ້ວ່າເປັນປະຫວັດສາດໜ້າໃໝ່ໃຫ້ແກ່ໂຮງຮຽນນິຣະດາ ຈອມເພັດ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ຫຼື ໂຮງຮຽນໂຮງຮຽນ ວິຣະຖາວອນ ໃນປະຈຸບັນ

ເຊິ່ງວ່າໃນປີນັ້ນ ຄົນທຳອິດ ແມ່ນນາງ ພອນໄພລັກ ໄຊນະນະ ນັກຮຽນເກັ່ງຫຼຽນຄຳສາຍພາສາລາວ-ວັນນະຄະດີ ເສັງນັກຮຽນເກັ່ງລະດັບຊາດໄດ້ຄະແນນເຖິງ 7,85, ຄົນທີ 2 ແມ່ນ ທ້າວ ມັກມີຜົນ ໄຊຊະນະ ນັກຮຽນເກັ່ງວິຊາ ຄະນິດສາດ ໄດ້ສ້າງຄະແນນໄວ້ທີ່ 9,25. ເຊິ່ງເລື່ອງນີ້ກໍ່ໄດ້ສ້າງສຽງຊື່ນຊົມໄດ້ຢ່າງໜ້າພາກພູມໃຈແກ່ໂຮງຮຽນ ແລະພໍ່ແມ່ຂອງນ້ອງທັງສອງ.

ເຊິ່ງນ້ອງຝາແຝດທັງສອງ ພາຍຫຼັງຄວ້າຫຼຽນຄຳໃນປີ 2019 ໄດ້ຕັ້ງໃຈເຝິກຝົນ ຫຼໍ່ຫຼອມຕົນເອງ ມາໂດຍຕະຫຼອດ ຈົນຫຼ້າສຸດນີ້ ທັງສອງກໍ່ຍັງສາມາດຄວ້າລາງວັນ ນັກຮຽນເກັ່ງຂັ້ນນະຄອນຫຼວງວຽງຈັນໄປໄດ້ອີກ ທັງສອງຂອງຄົນໃນຊັ້ນ ມ7 ໃນປະຈຳສົກຮຽນ 2021-2022.

ທັງສອງແມ່ນຮຽນຢູ່ທີ່ໂຮງຮຽນມສ ວິຣະຖາວອນ ເຊິ່ງຄັ້ງນີ້ ຜູ້ທຳອິດ ນາງ ພອນໄພລັກ ໄຊຊະນະ ແມ່ນສາມາດຄວ້າ ອັນດັບ 1 ນັກຮຽນເກັ່ງ ວິຊາ ພາສາລາວ-ວັນນະຄະດີ ແລະ ຜູ້ທີສອງ ທ້າວ ມັກມີພົນ ໄຊຊະນະ ແມ່ນສາມາດຄວ້າ ອັບດັບທີ 2 ນັກຮຽນເກັ່ງວິຊາ ຟີຊິກສາດ ເຊິ່ງຖືວ່າຮັກສາມາດຕະຖານນັກຮຽນເກັ່ງໄວ້ໄດ້ ແລະ ບົ່ງບອກໄດ້ວ່າທັງສອງເປັນຄູ່ແຝດທີ່ຮຽນເກັ່ງໂດຍແທ້.
ຈາກຜົນງານທີ່ສ້າງມານ້ອງແຝດແມ່ນຮູ້ສຶກພູມໃຈໃນໂຕເອງ ທີ່ໄດ້ເປັນໂຕແທນຂອງໂຮງຮຽນ ເຂົ້າສອບເສັງນັກຮຽນເກັ່ງທົ່ວນະຄອນຫຼວງວຽງຈັນໃນຄັ້ງນີ້ ແລະ ດີໃຈທີ່ຕົນເອງໄດ້ບຸກບືນມາແລ້ວເຮັດມັນອອກມາດີທີ່ສາມາດຄວ້າລາງວັນມາໄດ້.

ສຳລັບເທັກນິກໃນການຮຽນແມ່ນມີການແບ່ງເວລາໃຫ້ເໝາະສົມ, ຕັ້ງໃຈຮຽນອັນໃດທີ່ບໍ່ເຂົ້າໃຈກໍ່ຖາມຄູອາຈານ ແລະ ບໍ່ໃຫ້ຢູ່ແຕ່ໃນຕຳລາຕ້ອງຄົ້ນຄວ້າເພີ່ມຕື່ມ ອັນສຳຄັນຄືຕ້ອງຕັ້ງເປົ້າໝາຍໃຫ້ຕົນເອງວ່າຢາກຈະເປັນນັກຮຽນເກັ່ງໃຫ້ໄດ້ ແລະ ມື້ໜຶ່ງຕ້ອງສຳເລັດ ເພາະເຊື່ອວ່າຄົນເຮົາຖ້າເຮົາມີຄວາມຢາກໄດ້ ຢາກເປັນ ມັນກໍ່ຈະເປັນແນວທາງຈູງໃຈໃຫ້ໄປຈົນເຖິງຈຸດໝາຍທີ່ຕັ້ງໄວ້.