ຖ້າຕິດຕາມໄດ້ເລີຍ ແຮ່ນນ້າ ສາວລາວ ວົງ 4EVE ກໍາລັງຈະຮ່ວມສະແດງລະຄອນຄັ້ງທໍາອິດທີ່ໄທ

208

ສື່ໄທລາຍງານວ່າ ແຮ່ນນ້າ ແຫ່ງວົງ 4EVE ກຽມມີຜົນງານສະແດງລະຄອນໄທເປັນຄັ້ງທຳອິດແລ້ວ ເຊິ່ງລະຄອນເລື່ອງດັ່ງກ່າວຊື່ວ່າ “ແມ່ສື່ໂລໂຊ” ມີແຜນຈະອອກອາກາດທາງຊ່ອງ Workpoint.

.


ທັງນີ້ ແຮ່ນນ້າ ຈະໄດ້ຮັບບົດຫຍັງແນວໃດນັ້ນ ແມ່ນຍັງບໍ່ທັນມີການເປີດເຜີຍອອກມາເທື່ອ ແຕ່ມີຂໍ້ມູນວ່າ ຈະສະແດງຄູ່ກັບໜຸ່ມ “ເດຊາທອນ ວັນນະວານິດຊະກຸນ” ຫຼື ພູມ ໜຸ່ມລູກຊອດໄທ-ຫວຽດນາມ ສະມາຊິວົງບອຍແບນນ້ອງໃໝ່ຂອງໄທຢ່າງ ATLAS.

ໂດຍແຮ່ນນ້າກໍໄດ້ໂພສວ່າ ຝາກແນ່ເດີ້ ໂດຍເປັນພາບຂອງລະຄອນດັ່ງກ່າວ, ພິທີບວງສວງ
ສຳລັບລະຄອນເລື່ອງ ແມ່ສື່ໂລໂຊ ນີ້ ເປັນລະຄອນແບບ ໂຣແມນຕິກຄອມເມດີ ຜະລິດໂດຍບໍລິສັດ ທີວີທັນເດີ ຈຳກັດ (ມະຫາຊົນ) ນຳທີມນັກສະແດງໂດຍ ສອງພະນາງຄູ່ຈິ້ນໃນຕຳນານຢ່າງ “ພີກ – ພັດທະຣະສະຢາ” ຄູ່ກັບ ພະເອກເຈົ້າສະເໜ່ຢ່າງ “ເປ້ – ອາຣັກ”.

ນອກຈາກນີ້ກໍມີນັກສະແດງລະດັບແຖວໜ້າຂອງໄທອີກຫຼາຍຄົນ ກໍຕ້ອງລໍຖ້າຕິດຕາມກັນຕື່ມວ່າ ລະຄອນເລື່ອງນີ້ຈະເລີ່ມອອກອາກາດໃຫ້ເບິ່ງກັນໃນຕອນໃດ.

.

ພາບ: TV Thunders / ATLASofficial