ກຳປູເຈຍ ເລີ່ມນຳໃຊ້ສະຖານະ GI ຫວັງເພີ່ມມູນຄ່ານ້ຳເຜິ້ງປ່າມົນທົນສີຣິ

83

ເວັບໄຊຂອງໜັງສືພິມພະນົມເປັນໂພສ ລາຍງານວ່າ ລັດຖະບານກຳປູເຈຍ ເລີ່ມໃຊ້ສະຖານະສິ່ງບົ່ງຊີ້ທາງພູມີສາດ ( Geographical Indication: GI ) ເພື່ອສົ່ງເສີມ ແລະ ອະນຸຮັກນ້ຳເຜິ້ງເຂດປ່າສະຫງວນ ແຂວງມົນທົນສີຣິ ຢ່າງເປັນທາງການ ໂດຍຫວັງວ່າຈະຊ່ວຍເພີ່ມມູນຄ່າຂອງນ້ຳເຜິ້ງ ລວມທັງການສ້າງວຽກເຮັດງານທຳ ແລະ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃນແຂວງມົນທົນສີຣິ ທີ່ຕິດກັບຊາຍແດນຫວຽດນາມໃຫ້ດີຂຶ້ນ.

ພິທີເປີດນຳໃຊ້ສະຖານະ ຈີໄອ ສຳລັບນ້ຳເຜິ້ງປ່າສະຫງວນມົນທົນສີຣິ ມີຂຶ້ນເມື່ອທ້າຍອາທິດຜ່ານມາ ທີ່ເມືອງແສນມະໂນຣົມ ແຂວງມົນທົນສີຣິ.

ທັງນີ້ ກະຊວງການຄ້າຂອງກຳປູເຈຍ ໄດ້ຂຶ້ນທະບຽນສະຖານະ GI ນ້ຳເຜິ້ງໃນປ່າສະຫງວນມົນທົນສີຣິ ໃນວັນທີ 19 ມີນາ 2021 ຜ່ານມາ ແລະ ມີກຳນົດຈັດພິທີເປີດນຳໃຊ້ສະຖານະ GI ຢ່າງເປັນທາງການ ໃນວັນທີ 6 ເມສາ 2021 ແຕ່ເນື່ອງຈາກເກີດການແຜ່ລະບາດຂອງພະຍາດໂຄວິດຮອບໃໝ່ຢູ່ກຳປູເຈຍ ຈຶ່ງໄດ້ເລື່ອນອອກໄປ.

ທ່ານ ປານ ສອນສັກ ລັດຖະມົນຕີກະຊວງການຄ້າຂອງກຳປູເຈຍ ກ່າວວ່າ: ກະຊວງການຄ້າຈະຮ່ວມມືກັບຂະແໜງການກ່ຽວຂ້ອງ ແລະ ທ້ອງຖິ່ນ ເພື່ອຮ່ວມມືກັນພັດທະນາ GI ນ້ຳເຜິ້ງໃນປ່າສະຫງວນມົນທົນສີຣິ ໂດຍຜ່ານການພັດທະນາສາທາລະນຸປະໂພກ ເພື່ອໃຫ້ ແຂວງມົນທົນສີຣິ ກາຍເປັນຈຸດໝາຍປາຍທາງຂອງນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ.