ໄປແລ້ວຫຼືຍັງ ງານຕະຫຼາດນັດຊາວບ້ານ ທີ່ຄຣາວພລາຊາ

98

ງານຕະຫຼາດນັດຊາວບ້ານປີ 2022 ຈັດຂຶ້ນເປັນຄັ້ງທີ2 ທີ່ໂຮງແຮມຄຣາວພລາຊາ ໄດ້ເລີ່ມມາແຕ່ວັນທີ 25  ແລະຮອດວັນທີ 28 ມີນາ 2022 ແມ່ນເປັນມື້ສຸດທ້າຍແລ້ວ ເປີດຕັ້ງແຕ່ 10:00 ໂມງເຊົ້າຮອດ 8:00 ໂມງແລງ ຫຼື 20:00 ນັ້ນເອງ.

ທ່ານ ສີຣິສັກ  ວີຣະເດດ ຜູ້ອຳນວຍການຝ່າຍຂາຍ ແລະການຕະຫຼາດຂອງໂຮງແຮມ ຄຣາວພລາຊາໃຫ້ຮູ້ວ່າ: ງານວາງສະແດງຄັ້ງນີ້ຈັດຂຶ້ນ ເພື່ອເປັນການສົ່ງເສີມ ຍົກສູງສີມືແຮງງານລາວ ໃຫ້ຄົນລາວ, ຄົນລຸ້ນໃໝ່ ແລະຕ່າງຊາດທີ່ດຳລົງຊີວິດຢູ່ລາວ ໄດ້ເຫັນໄດ້ຊົມໃຊ້ ແລະຮັບຮູ້ເຖິງສິນຄ້າທີ່ຜະລິດຢູ່ລາວ ແລະຄຸນນະພາບຂອງສິ່ງທີ່ປະຊາຊົນລາວປະດິດຂຶ້ນມາດ້ວຍສີມືເຂົາເອງ.

ພ້ອມນີ້ຍັງເປັນການສ້າງລາຍຮັບໃຫ້ຊ່າງຫັດຖະກຳນຳ ເຊິ່ງທາງເຈົ້າຂອງງານກໍ່ຄືໂຮງແຮມຄຣາວພລາຊາໄດ້ເຊື້ອເຊີນເອົາຊາວບ້ານ ທີ່ມາຈາກຫຼາຍໆແຂວງ ໂດຍການສະໜັບສະໜູນທຸກຢ່າງ ບໍ່ວ່າຈະເປັນທີ່ພັກ, ຄ່າເດີນທາງ, ຄ່າຫ້ອງຂາຍ ເພື່ອໃຫ້ເຂົາເຈົ້າ ມາຮ່ວມງານຕະຫຼາດນັດ ເພີ່ມໂອກາດໃນການກະຈາຍສິນຄ້າຂອງຕົນ.

ບໍ່ພຽງເທົ່ານັ້ນງານນີ້ຍັງເປັນການຊ່ວຍດຶງດູດເອົານັກທ່ອງທ່ຽວຈາກຕ່າງແຂວງເຂົ້າມາໃນນະຄອນຫຼວງວຽງຈັນນຳ ເປັນການກະຕຸ້ນການໃຊ້ຈ່າຍໃຫ້ຫຼາຍຂຶ້ນ ແລະເພີ່ມລາຍຮັບໃຫ້ຄົນທ້ອງຖິ່ນນະຄອນຫຼວງນຳ.

ເອົາເປັນທ່ານໃດທີ່ຢູ່ໃກ້ ໃນນະຄອນຫຼວງວຽງຈັນນີ້ຢ່າລືມໄປແວ່ ມື້ນີ້ສຸດທ້າຍແລ້ວເດີ້