ສີລັງກາ ກຳລັງຂາດແຄນນ້ຳມັນເຊື້ອໄຟຢ່າງໜັກ

130

ສຳນັກຂ່າວຣອຍເຕີລາຍງານວ່າ ລັດຖະບານສີລັງກາ ໄດ້ສັ່ງໃຫ້ກອງທັບສົ່ງທະຫານລົງໄປປະຈຳຢູ່ຕາມປ້ຳນ້ຳມັນຕ່າງໆໃນທົ່ວປະເທດ ເພື່ອຊ່ວຍເບິ່ງແຍງ ແລະ ອຳນວຍຄວາມສະດວກໃນການຈຳໜ່າຍນ້ຳມັນເຊື້ອໄຟ, ຫຼັງຈາກທີ່ປະເຊີນກັບການຂາດແຄນນ້ຳມັນເຊື້ອໄຟ ເຮັດໃຫ້ປະຊາຊົນຕ້ອງຢືນຕໍ່ແຖວເພື່ອລໍຖ້າຊື້ນ້ຳມັນ, ຂະນະທີ່ລາຄາສິນຄ້າອຸປະໂພກ – ບໍລິໂພກປັບຂຶ້ນນັບມື້.

ທັງນີ້, ລັດຖະບານສີລັງກາ ກຳລັງປະເຊີນກັບວິກິດຂາດແຄນເງິນຕາຕ່າງປະເທດ ສົ່ງຜົນກະທົບຕໍ່ການນຳເຂົ້າສິນຄ້າ ໂດຍສະເພາະນ້ຳມັນເຊື້ອໄຟ, ສິນຄ້າອຸປະໂພກ – ບໍລິໂພກ ລວມທັງຢາປົວພະຍາດ.

ໂຄສົກກອງທັບບົກຂອງສີລັງກາ ເປີດເຜີຍວ່າ: ການທີ່ກອງທັບສົ່ງທະຫານໄປປະຈຳຢູ່ປ້ຳນ້ຳມັນທຸກແຫ່ງນັ້ນ ເພື່ອອຳນວຍຄວາມສະດວກໃນການຈັດຈຳໜ່າຍນ້ຳມັນ ຫຼັງຈາກທີ່ມີປະຊາຊົນຈຳນວນຫຼວງຫຼາຍຮ້ອງຮຽນມາວ່າ ເຈົ້າຂອງທຸລະກິດກ່ຽວກັບນ້ຳມັນໄດ້ພ້ອມກັນກັກຕຸນນ້ຳມັນ ແລະ ການຈຳໜ່າຍທີ່ບໍ່ມີປະສິດທິພາບ ໂດຍທະຫານທີ່ສົ່ງໄປນັ້ນຈະບໍ່ກ່ຽວຂ້ອງກັບການຄວບຄຸມຝູງຊົນແຕ່ຢ່າງໃດ.

ທັງນີ້, ຈາກການຂາດແຄນນ້ຳມັນ ແລະ ສິນຄ້າທີ່ຈຳເປັນໃນຊີວິດປະຈຳວັນໃນສີລັງກາ ໄດ້ເຮັດໃຫ້ເກີດການໃຊ້ຄວາມຮຸນແຮງເປັນວົງກວ້າງ ເພື່ອຍາດແຍ່ງກັນຊື້ສິນຄ້າ ແລະ ນ້ຳມັນເຊື້ອໄຟ ເພື່ອໃຊ້ໃນການດຳລົງຊີວິດປະຈຳວັນ.