IEA ເຕືອນໃຫ້ຜູ້ບໍລິໂພກທົ່ວໂລກປະຢັດນ້ຳມັນ

33

ສຳນັກຂ່າວຕ່າງປະເທດລາຍງານວ່າ ອົງການພະລັງງານສາກົນ ( IEA ) ໄດ້ອອກບົດລາຍງານໂດຍລະບຸວ່າ ມາດຕະການຂວໍ້າບາດຕໍ່ຣັດເຊຍ ຈະສົ່ງຜົນໃຫ້ ຣັດເຊຍ ບໍ່ສາມາດສົ່ງອອກນ້ຳມັນດິບ ລວມທັງນ້ຳມັນອື່ນໆ ປະມານ 3 ລ້ານບາເຣວ/ວັນ ນັບແຕ່ເດືອນເມສາ 2022 ເປັນຕົ້ນໄປ, ຂະນະທີ່ຄວາມຕ້ອງການນ້ຳມັນຈະຫຼຸດລົງພຽງ 1 ລ້ານບາເຣວຕໍ່ວັນ ຈຶ່ງອາດຈະສົ່ງຜົນໃຫ້ນ້ຳມັນບໍ່ພຽງພໍກັບຄວາມຕ້ອງການ.

IEA ຍັງອອກຄຳແນະນຳໃຫ້ຜູ້ບໍລິໂພກທົ່ວໂລກເດີນທາງໜ້ອຍລົງ ລວມທັງໃຊ້ລົດຮ່ວມກັນ ແລະ ຂັບຂີ່ໃຫ້ຊ້າລົງ ເພື່ອເປັນການປະຢັດນ້ຳມັນ ເຊິ່ງຫຼັງຈາກປະເທດຕາເວັນຕົກຂວ້ຳບາດຕໍ່ຣັດເຊຍ ອາດຈະເຮັດໃຫ້ນ້ຳມັນບໍ່ພຽງພໍກັບຄວາມຕ້ອງການອຸປະທານນ້ຳມັນໂລກ.

IEA ເຕືອນວ່າ: ສະພາວະຂາດແຄນນ້ຳມັນເປັນບັນຫາເລັ່ງດ່ວນ ອັນເກີດມາຈາກມາດຕະການຂວ້ຳບາດຕໍ່ຣັດເຊຍ ແລະ ການທີ່ຜູ້ຊື້ຫຼີກລ່ຽງການນຳເຂົ້ານ້ຳມັນຈາກຣັດເຊຍ ໄດ້ສົ່ງຜົນໃຫ້ລາຄານ້ຳມັນໃນຕະຫຼາດໂລກປັບສູງຂຶ້ນ.

ທັງນີ້, ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 21 ມີນາຜ່ານມາວ່າ ສັນຍາລາຄານ້ຳມັນດິບເວສເທັກຊັສ ( WTI ) ສົ່ງມອບໃນເດືອນເມສາ ປັບຂຶ້ນ 7,09% ປິດທີ່ 112,12 ໂດລາຕໍ່ບາເຣວ, ຂະນະທີ່ສັນຍານ້ຳມັນດິບເບຣນ ( BRENT) ສົ່ງມອບໃນເດືອນພຶດສະພາ ປັບຂຶ້ນ 7,12% ປິດທີ່ 115,62 ໂດລາຕໍ່ບາເຣວ.