ໂຮງງານຜະລິດລົດຫຼູບາງແຫ່ງໃນເອີຣົບ ໂຈະການຜະລິດຊົ່ວຄາວ

49

ສຳນັກຂ່າວຣອຍເຕີລາຍງານວ່າ ຄ້າຍລົດລາຍໃຫຍ່ ຂອງເອີຣົບ ເຊັ່ນ: ໂຟກສະວາເກັ້ນ ( Volkswagen ) ແລະ BMW ຕ້ອງຢຸດຕິການຜະລິດບາງໂຮງງານຊົ່ວຄາວ ຫຼັງຈາກທີ່ປະເຊີນກັບການຂາດແຄນຊິ້ນສ່ວນສຳຄັນທີ່ຜະລິດໃນອູແກນ ບໍ່ສາມາດສະໜອງໃຫ້ໂຮງງານໄດ້ຕາມກຳນົດເວລາ.

ຊິ້ນສ່ວນທີ່ວ່ານີ້ ເປັນຊຸດສາຍໄຟ ( wire harnesses ) ເຊິ່ງເປັນຊິ້ນສ່ວນສຳຄັນສຳລັບການເດີນສາຍແຄັບເບິ້ລໃນລົດແຕ່ລະຄັນ ໂດຍຊຸດສາຍໄຟດັ່ງກ່າວໄດ້ອອກແບບສຳລັບການຕິດຕັ້ງໃນລົດແຕ່ລະລຸ້ນເປັນການສະເພາະ ເພື່ອໃຫ້ພໍດີກັບຮູບຊົງ ແລະ ການເຮັດວຽກຂອງເຄື່ອງຈັກ.

ທັງນີ້, ອູແກນ ເປັນຖານການຜະລິດ ແລະ ສົ່ງອອກຊຸດສາຍໄຟລາຍໃຫຍ່ໃຫ້ແກ່ເອີຣົບດ້ວຍຕົ້ນທຶນທີ່ຕ່ຳ ແລະ ແຮງງານມີທັກສະສູງ ລວມທັງໄລຍະທາງການຂົນສົ່ງໃກ້ກັບໂຮງງານຜະລິດລົດຫຼູໃນເອີຣົບ ເຮັດໃຫ້ບໍລິສັດຜູ້ຜະລິດຊຸດສາຍໄຟຂອງຕ່າງປະເທດເຂົ້າມາລົງທຶນ ໂດຍສະເພາະແມ່ນ ບໍລິສັດ Fujikura ຂອງຍີ່ປຸ່ນ, Nexans ຂອງຝຣັ່ງ ແລະ Leoni ຂອງເຢຍລະມັນ.

ການສົ່ງອອກຊຸດສາຍໄຟຈາກອູແກນ ກວມເອົາ 1/5 ຂອງຄວາມຕ້ອງການຂອງເອີຣົບ ເຊິ່ງຫຼັງຈາກເກີດຄວາມຂັດແຍ່ງລະຫວ່າງ ຣັດເຊຍ ກັບ ອູແກນ ເຮັດໃຫ້ໂຮງງານຜະລິດຊຸດສາຍໄຟກວ່າ 40 ແຫ່ງ ບໍ່ສາມາດດຳເນີນການຜະລິດໄດ້ເຕັມກຳລັງ ຈຶ່ງສົ່ງຜົນໃຫ້ໂຮງງານຜະລິດລົດຫຼູບາງແຫ່ງໃນເອີຣົບຕ້ອງໂຈະການຜະລິດຊົ່ວຄາວ.