ລາຄານ້ຳມັນ ແລະ ອາຫານໃນສະຫະລັດເພີ່ມຂຶ້ນ

86

ສຳນັກຂ່າວຕ່າງປະເທດລາຍງານວ່າ ຜົນວິໄຈໃນສະຫະລັດພົບວ່າ ຊາວອາເມຣິກາຈະຕ້ອງຈ່າຍຄ່ານ້ຳມັນເຊື້ອໄຟ ແລະ ອາຫານເພີ່ມຂຶ້ນ 2.000 ໂດລາ ແລະ 1.000 ໂດລາຕາມລຳດັບໃນປີນີ້, ຂະນະທີ່ອັດຕາເງິນເຟີ້ໃນເດືອນມັງກອນສູງຂຶ້ນຫຼາຍກວ່າ 6%.
ຜົນວິໄຈຊີ້ວ່າ ຄອບຄົວຂອງຊາວອາເມຣິກາ ຈະມີເງິນເກັບໜ້ອຍລົງປະມານ 3.000 ໂດລາ ເນື່ອງຈາກຕ້ອງໃຊ້ຈ່າຍຄ່າບໍລິການ ແລະ ຊື້ສິນຄ້າອຸປະໂພກບໍລິໂພກທີ່ແພງຂຶ້ນຢ່າງໄວວາ.

ລາຄານ້ຳມັນ ແລະ ລາຄາອາຫານໃນສະຫະລັດອາເມຣິກາແພງຂຶ້ນ ມີສາເຫດມາຈາກລາຄານ້ຳມັນດິບໃນຕະຫຼາດໂລກເພີ່ມຂຶ້ນເປັນສະຖິຕິໃໝ່ໃນຮອບ 14 ປີ ໄດ້ດຶງລາຄາສິນຄ້າ ແລະ ບໍລິການເພີ່ມຂຶ້ນຕື່ມອີກ, ຊ້ຳເຕີມອັດຕາເງິນເຟີ້ທີ່ສະຫະລັດປະເຊີນມາແຕ່ກາງປີຜ່ານມາແລ້ວ.

ຂໍ້ມູນຈາກກະຊວງການຄ້າສະຫະລັດເປີດເຜີຍວ່າ ລາຍຈ່າຍເພື່ອການບໍລິໂພກສ່ວນບຸກຄົນ (personal consumption expenditures: PCE) ເຊິ່ງເປັນຕົວຊີ້ວັດອັດຕາເງິນເຟີ້ຂອງທະນາຄານກາງສະຫະລັດສູງຂຶ້ນ 6,1% ເມື່ອທຽບປີຕໍ່ປີໃນເດືອນມັງກອນຜ່ານມາ ເຊິ່ງເປັນອັດຕາເພີ່ມຂຶ້ນສູງທີ່ສຸດໃນຮອບ 40 ປີ.