ພົບຊາກເຮືອສຳຫຼວດຂົ້ວໂລກໃຕ້ ຈົມຢູ່ໃຕ້ທະເລນານກວ່າສະຕະວັດ

49

ສຳນັກຂ່າວຣອຍເຕີລາຍງານໃນວັນທີ 9 ມີນາ 2022 ວ່າ: ເຮືອ “ເອນດິວເເຣນຊ໌” ຂອງນັກສຳຫຼວດຂົ້ວໂລກໃຕ້ ທີ່ປະທະກັບນ້ຳແຂງແອນຕາຣ໌ກຕິກ ກ່ອນຈົມລົມໃຕ້ທະເລເວດເດີ້ລ ໃນລະດັບ ຄວາມເລິກເຖິງ 3.008 ແມັດ ດົນກວ່າສະຕະຫວັດ ຖືກຄົ້ນພົບແລ້ວ.

ເຮືອເອນດິວເເຣນຊ໌ ເປັນເຮືອໃບ ເຮັດດ້ວຍໄມ້ຍາວ 144 ຟຸດ ຫຼື ປະມານ 43,8 ແມັດທີ່ສູນຫາຍໄປຕັ້ງແຕ່ເດືອນພະຈິກ 1915 ຫຼື 107 ປີກ່ອນໜ້ານີ້, ເຊິ່ງຂະນະນັ້ນເຮືອລຳດັ່ງກ່າວພະຍາຍາມເດີນທາງຂ້າມທະວີບ ແອນຕາຣ໌ກຕິກກາ ກ່ອນຈະປະທະກັບນ້ຳແຂງແລ້ວຈົມລົງທະເລ ເຊິ່ງກ່ອນໜ້ານີ້ທີມຄົ້ນຫາໄດ້ພະຍາຍາມຄົ້ນຫາຫຼາຍຄັ້ງ ແຕ່ກໍບໍ່ພົບ ເນື່ອງຈາກສະພາບອາກາດ ແລະ ສະຖານທີ່ບໍ່ເອື້ອອຳນວຍ ເນື່ອງຈາກທະເລ ເວດເດີ້ລ ບ່ອນທີ່ເຮືອຈົມລົງນັ້ນ ມີນ້ຳແຂງປົກຄຸມຢ່າງໜາແໜ້ນ.
ການຄົ້ນຫາຄັ້ງຫຼ້າສຸດ ພົບຊາກເຮືອດັ່ງກ່າວໃນເດືອນມີນາ 2022 ໂດຍທີມຄົ້ນຫາ “ເອນດິວເຣນຊ໌ 22” ເຊິ່ງຈັດຕັ້ງໂດຍກອງທຶນມໍລະດົກໂລກທາງທະເລຟອກແລນ (Falklands Maritime Heritage Trust) ໂດຍໃຊ້ຍານດຳນ້ຳຕິດຕັ້ງເຕັກໂນໂລຊີລ້ຳຍຸກ “ເຊເບີຣ໌ທູດ”. ພາບຖ່າຍຈາກໃຕ້ທະເລຂອງທີມຄົ້ນຫາສະແດງໃຫ້ເຫັນຊາກເຮືອ ເອນດິວແຣນ ຈົມຢູ່ໃຕ້ທະເລເວດເດີ້ລໃນສະພາບທີ່ຂ້ອນຂ້າງສົມບູນ.

ຈາກການບັນທຶກພາບເຫດການ ເຖິງແມ່ນວ່າ ເຮືອເອນດິວແຣນຊ໌ ຈະຕິດຄ້າງຢູ່ເທິງນ້ຳແຂງດົນເຖິງ 10 ເດືອນ ກ່ອນຖືກນ້ຳແຂງຕີກະທົບໃສ່ຈົນຈົມລົງໃຕ້ທະເລ ແຕ່ລູກເຮືອທັງ 28 ຄົນກໍສາມາດເອົາຕົວລອດ ແລະ ເດີນທາງກັບບ້ານໄດ້ດ້ວຍຄວາມປອດໄພ ແລະ ຖືກບັນທຶກວ່າ ເປັນໜຶ່ງໃນເລື່ອງລາວການລອດຊີວິດຄັ້ງຍິ່ງໃຫຍ່ທີ່ສຸດໃນປະຫວັດສາດຂອງມະນຸດ.