ສປຊ ຊີ້ ລາຄາອາຫານທົ່ວໂລກອາດເພີ່ມຂຶ້ນ

37

ສຳນັກຂ່າວຕ່າງປະເທດລາຍງານວ່າ ທ່ານ ເດວິດ ບິສລີ ຜູ້ອຳນວຍການບໍລິຫານໂຄງການອາຫານໂລກ ຂອງສະຫະປະຊາຊາດ ( ສປຊ ) ກ່າວວ່າ: ຄວາມຂັດແຍ່ງລະຫວ່າງ ຣັດເຊຍ ກັບ ອູແກຣນ ຍິ່ງຈະເຮັດໃຫ້ລາຄາອາຫານທົ່ວໂລກເພີ່ມຂຶ້ນ ເນື່ອງຈາກອູແກຣນ ແລະ ຣັດເຊຍ ເປັນຜູ້ສົ່ງອອກອາຫານພື້ນຖານລາຍໃຫຍ່ຂອງໂລກ, ຄວາມຂັດແຍ່ງດັ່ງກ່າວໄດ້ສົ່ງຜົນກະທົບຕໍ່ການຜະລິດພືດພັນທັນຍາຫານ ເຊິ່ງຈະເຮັດໃຫ້ລາຄາອາຫານເພີ່ມສູງຂຶ້ນຢ່າງຫຼີກລ່ຽງບໍ່ໄດ້.

ທັງນີ້ ຣັດເຊຍ ແລະ ອູແກຣນ ຖືກຂະໜານນາມວ່າ “ເປັນອູ່ເຂົ້າອູ່ປາ” ຂອງເອີຣົບ ເຊິ່ງການສົ່ງອອກເຂົ້າ ແລະ ສາລີຂອງຣັດເຊຍ ແລະ ອູແກຣນ ກວມເອົາ 1/4 ຂອງໂລກ, ນອກຈາກນີ້ ອູແກຣນ ຍັງສົ່ງອອກສາລີໄປທົ່ວເກືອບທົ່ວໂລກ ເຊິ່ງນັກວິເຄາະຄາດວ່າ ຄວາມຂັດແຍ່ງດັ່ງກ່າວອາດເຮັດໃຫ້ລາຄາອາຫານທົ່ວໂລກເພີ່ມຂຶ້ນເຖິງ 2 ເທົ່າ.

ຜູ້ອຳນວຍການບໍລິຫານໂຄງການອາຫານໂລກ ກ່າວອີກວ່າ: ມີຜູ້ຄົນປະເຊີນກັບຄວາມອຶດຫິວຈາກ 80 ລ້ານກວ່າຄົນ ເພີ່ມຂຶ້ນເປັນ 276 ລ້ານກວ່າຄົນ ໃນໄລຍະ 4 ປີຜ່ານມາ, ປັດຈຸບັນໂລກກຳລັງປະເຊີນກັບການປ່ຽນແປງສະພາບດິນຟ້າອາກາດ, ການລະບາດຂອງພະຍາດໂຄວິດ – 19 ຊ້ຳຕື່ມດ້ວຍຄວາມຂັດແຍ່ງລະຫວ່າງ ຣັດເຊຍ ກັບ ອູແກຣນ.

ລາຄາອາຫານທົ່ວໂລກບໍ່ພຽງແຕ່ຖືກຊ້ຳຕື່ມຈາກຄວາມຂັດແຍ່ງ ເຊິ່ງເຮັດໃຫ້ລາຄານ້ຳມັນປັບຂຶ້ນສູງສຸດໃນປະຫວັດການ, ແຕ່ກ່ອນໜ້ານີ້ທົ່ວໂລກກໍປະເຊີນກັບອັດຕາເງິນເຟີ້ທີ່ເພີ່ມຂຶ້ນຢູ່ແລ້ວ. ແນວໃດກໍຕາມ, ສະຖານະການທັງໝົດນີ້ຂຶ້ນຢູ່ກັບໄລຍະເວລາ ແລະ ຂຶ້ນກັບບາງປະເທດ, ບາງພື້ນທີ່ ທີ່ຍັງຈະປະສົບກັບການຂາດແຄນອາຫານ ແລະ ນັ້ນ ຍິ່ງຈະເຮັດໃຫ້ກຸ່ມຄົນທີ່ທຸກຍາກອຶດຫິວຮຸນແຮງຂຶ້ນອີກ.