ຈີນ ເຜີຍເປົ້າໝາຍການພັດທະນາ ເສດຖະກິດ-ສົ່ງເສີມການຮ່ວມມືກັບຕ່າງປະເທດ

18

ສຳນັກຂ່າວຕ່າງປະເທດລາຍງານວ່າ ລັດຖະບານຈີນໄດ້ລາຍງານແຜນຍຸດທະສາດການພັດທະນາເສດຖະກິດຕໍ່ກອງປະຊຸມຄັ້ງທີ 5 ຂອງສະພາປະຊາຊົນທົ່ວປະເທດຈີນ ຊຸດທີ 13 ໃນວັນທີ 5 ມີນາຜ່ານມາ ລະບຸວ່າ: ຈີນຈະມຸ່ງເນັ້ນສູ່ການເປີດກວ້າງຢ່າງມີຄຸນນະພາບ ແລະ ສົ່ງເສີມການເຕີບໂຕດ້ານການຄ້າ-ການລົງທຶນຢ່າງມີຄຸນນະພາບ.

ລາຍງາຍລະບຸວ່າ: ຈີນຈະໃຊ້ປະໂຫຍດຈາກຊັບພະຍາກອນຈາກພາຍໃນ ແລະ ຕ່າງປະເທດຢ່າງເຕັມຮູບແບບເດີນໜ້າເປີດກວ້າງການຮ່ວມມືດ້ານເສດຖະກິດ ແລະ ການຄ້າກັບຕ່າງປະເທດ ຕະຫຼອດຮອດການຊຸກຍູ້ການປະຕິຮູບຢ່າງເລິກເຊິ່ງ ແລະ ການພັດທະນາຢ່າງມີຄຸນນະພາບດ້ວຍການສະໜັບສະໜູນເປີດກວ້າງທີ່ມີປະສິດທິພາບຍິ່ງຂຶ້ນ.

ນອກຈການີ້ ຍັງຈະປັບຂັ້ນຕອນຕ່າງໆ ເພື່ອສ້າງຄວາມມີສະຖຽນລະພາບດ້ານການຄ້າລະຫວ່າງປະເທດ ໂດຍນຳໃຊ້ປະໂຫຍດຈາກການລົງທຶນຂອງຕ່າງປະເທດ ສົ່ງເສີມການຮ່ວມມືກັບຕ່າງປະເທດພາຍໃຕ້ຂໍ້ລິເລີ່ມ ໜຶ່ງແລວ ໜຶ່ງເສັ້ນທາງ ເພື່ອຍົກລະດັບການຮ່ວມມືດ້ານການຄ້າ-ການລົງທຶນ ລະດັບທະວິພາຄີ ແລະ ພະຫຸພາຄີໃຫ້ມີຄຸນນະພາບ.

ໃນຂະນະດຽວກັນກໍເດີນໜ້າຍຸດທະສາດການພັດທະນາທີ່ຂັບເຄື່ອນດ້ວຍນະວັດຕະກຳ ແລະ ເສີມສ້າງຄວາມເຂັ້ມແຂງພື້ນຖານເສດຖະກິດ ໂດຍຈະສົ່ງເສີມວິທະຍາສາດ ແລະ ເຕັກໂນໂລຊີ ເພື່ອຍົກລະດັບອຸດສາຫະກຳ ເພື່ອກຳຈັດບັນຫາອຸປະທານ ແລະ ບັນລຸການພັດທະນາຢ່າງມີຄຸນນະພາບຜ່ານນະວັດຕະກຳ ໂດຍຈະຮ່ວມມືກັບຕ່າງປະເທດ ເພື່ອສ້າງສູນບຸກ ກຄະລາກອນ ແລະ ສູນນະວັດຕະກຳລະດັບໂລກ.