ລາຄານ້ຳມັນດິບ ສົ່ງມອບລ່ວງໜ້າ ເພີ່ມຂຶ້ນເໜືອ 125 ໂດລາ

32

ສັນຍາຊື້-ຂາຍລາຄານ້ຳມັນດິບ ເວສເທັກຊັສ ສົ່ງມອບເດືອນເມສາ ເພີ່ມຂຶ້ນເກືອບ 9% ຈຸລະດັບ 125,87 ໂດລາສະຫະລັດຕໍ່ບາເຣວ ເປັນການປັບຂຶ້ນສູງສຸດໃນຮອບ 14 ປີ ໂດຍການຊື້-ຂາຍຊ່ວງໜຶ່ງປັບຂຶ້ນຈຸ 130 ໂດລາ ກ່ອນຈະປັບຫຼຸດລົງມາຢູ່ໃນລະດັບເໜືອ 125 ໂດລາ ຕໍ່ບາເຣວ ໃນຕອນເຊົ້າຂອງວັນທີ 7 ມີນາ 2022.

ປັດໄຈຫຼັກ ເຮັດໃຫ້ລາຄານ້ຳມັນເພີ່ມຂຶ້ນ ມາຈາກ ຄວາມຕ້ອງການຊົມໃຊ້ເພີ່ມຂຶ້ນ, ໃນຂະນະທີ່ກຸ່ມໂອເປັກ ພລັສ ຍັງບໍ່ປັບເພດານການຜະລິດເພີ່ມ ບວກກັບຄວາມເຄັ່ງຕຶງລະ ຫວ່າງຣັດເຊຍ ແລະ ອູແກຣນ ເຮັດໃຫ້ປະເທດຕາເວັນຕົກຂວ້ຳບາດຕໍ່ຣັດເຊຍ ໄດ້ດຶງລາຄານ້ຳມັນດິບໃນຕະຫຼາດໂລກເພີ່ມຂຶ້ນນັບມື້.