ຜູ້ແທນພິເສດ ອາຊຽນ ກຽມເດີນທາງຢ້ຽມຢາມມຽນມາ

36

ສຳນັກຂ່າວຕ່າງປະເທດລາຍງານວ່າ ໂຄສົກກະຊວງການຕ່າງປະເທດຂອງກຳປູເຈຍເປີດເຜີຍວ່າ ທ່ານ ປາກ ໂຊຄົນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດກຳປູເຈຍ ໃນນາມຜູ້ແທນພິເສດຂອງອາຊຽນ ວ່າດ້ວຍເລື່ອງມຽນມາ ກຽມເດີນທາງໄປຢ້ຽມຢາມມຽນມາໃນລະຫວ່າງວັນທີ 20-23 ມີນາຈະເຖິງນີ້.

ໂຄສົກກະຊວງການຕ່າງປະເທດກຳປູເຈຍ ບໍ່ໄດ້ເປີດເຜີຍລາຍລະອຽດກ່ຽວກັບການຢ້ຽມຢາມມຽນມາຂອງ ທ່ານ ປາກ ໂຊຄົນ ຈະໄດ້ພົບປະປຶກສາຫາລືກັບສະມາຊິກພັກສັນນິບາດແຫ່ງຊາດ ເພື່ອປະຊາທິປະໄຕ (NLD) ຫຼື ບໍ່ ແຕ່ຢືນຢັນວ່າ ການຢ້ຽມຢາມມຽນມາຄັ້ງນີ້ ເປັນຄວາມພະຍາຍາມໃນຂະບວນການສົ່ງເສີມສັນຕິພາບໃນມຽນມາ.