ດັດສະນີຄວາມເຊື່ອໝັ້ນຂອງຜູ້ບໍລິໂພກຍີ່ປຸ່ນ ຫຼຸດລົງໃນເດືອນກຸມພາ

41

ສຳນັກຂ່າວກຽວໂດ ລາຍງານວ່າ ສຳນັກງານນາຍົກລັດຖະມົນຕີຍີ່ປຸ່ນເປີດເຜີຍວ່າ: ດັດສະນີ ຄວາມເຊື່ອໝັ້ນຂອງຜູ້ບໍລິໂພກໃນຍີ່ປຸ່ນຫຼຸດລົງ 1,4 ເມື່ອທຽບກັບເດືອນມັງກອນ ຢູ່ທີ່ 35,3 ໃນເດືອນກຸມພາ 2022 ເຊິ່ງເປັນລະດັບຕ່ຳສຸດນັບແຕ່ເດືອນພຶດສະພາ 2020 ເປັນຕົ້ນມາ, ດັດສະນີຄວາມເຊື່ອໝັ້ນຂອງຜູ້ບໍລິໂພກດັ່ງກ່າວ ບົ່ງຊີ້ເຖິງມູມມອງຂອງຜູ້ບໍລິໂພກຕໍ່ທ່າອ່ຽງດ້ານເສດຖະກິດໃນຊ່ວງ 6 ເດືອນຂ້າງໜ້າ ໂດຍຕົວເລກຕ່ຳກວ່າ 50 ບົ່ງຊີ້ວ່າ ຜູ້ບໍລິໂພກມີມູມມອງທີ່ເປັນລົບຕໍ່ທ່າອ່ຽງເສດຖະກິດ ຫຼາຍກວ່າຜູ້ທີ່ມີມູມມອງເປັນບວກ.

ລາຍງານລະບຸວ່າ: ສຳນັກງານນາຍົກລັດຖະມົນຕີຍີ່ປຸ່ນໄດ້ປັບຫຼຸດການປະເມີນຄວາມເຊື່ອໝັ້ນຂອງຜູ້ບໍລິໂພກເປັນເດືອນທີ 2 ຕິດຕໍ່ກັນ ໂດຍລະບຸວ່າ ຄວາມເຊື່ອໝັ້ນຂອງຜູ້ບໍລິໂພກອ່ອນແອລົງ ເຊິ່ງເປັນຄັ້ງທຳອິດນັບຕັ້ງແຕ່ເດືອນພຶດສະພາ 2020 ເປັນຕົ້ນມາ ເຊິ່ງເປັນຊ່ວງທີ່ຍີ່ປຸ່ນປະເຊີນກັບການແຜ່ລະບາດຂອງພະຍາດໂຄວິດ-19 ຢ່າງໜັກໜ່ວງ.

ສຳລັບການສຳຫຼວດຄັ້ງນີ້ ມີຂຶ້ນໃນລະຫວ່າງວັນທີ 8-21 ກຸມພາ 2022 ເຊິ່ງເປັນຊ່ວງທີ່ເຊື້ອກາຍພັນໂອມີຄຣອນກຳລັງແຜ່ລະບາດຢ່າງໜັກໃນຍີ່ປຸ່ນ ຈົນເຮັດໃຫ້ຫຼາຍແຂວງຕ້ອງອອກມາດຕະການຄວບຄຸມຢ່າງເຂັ້ມງວດ ໂດຍທາງການໄດ້ຮຽກຮ້ອງໃຫ້ຮ້ານອາຫານປິດກ່ອນເວລາກຳນົດ ລວມທັງການຫ້າມ ຫຼື ຈຳກັດການຈຳໜ່າຍເຄື່ອງດື່ມທີ່ມີທາດເຫຼົ້າ.

ການສຳຫຼວດຄັ້ງນີ້ ໄດ້ມີກຸ່ມຕົວຢ່າງທັງໝົດ 8.400 ຄົວເຮືອນ ລວມທັງຄອບຄົວທີ່ມີສະມາຊິກເປັນຄົນໂສດ 2.267 ຄົວເຮືອນ ໂດຍມີຜູ້ຕອບແບບສອບຖາມທີ່ຜ່ານເກນຈຳນວນ 6.659 ຄົວເຮືອນ ກວມເອົາ 79,3%.