ຣັດເຊຍ ປັບຂຶ້ນອັດຕາດອກເບ້ຍເປັນ 20% ຫວັງສະກັດເງິນຣູເບີ້ລອ່ອນຄ່າ

51

ສຳນັກຂ່າວຕ່າງປະເທດລາຍງານວ່າ ທະນາຄານກາງຣັດເຊຍ ໄດ້ປັບຂຶ້ນອັດຕາດອກເບ້ຍນະໂຍບາຍເປັນ 20% ເພີ່ມຂຶ້ນລວດດຽວ 10,5% ຈາກເດີມ 9,5% ຫຼັງຈາກຄ່າເງິນຣູເບີ້ລ ອ່ອນຄ່າລົງ 30% ເຊິ່ງເປັນການອ່ອນຄ່າລົງສູງສຸດໃນປະຫວັດການ.

ທ່ານ ນາງ ເອລວີນາ ນາບີລ ລີນາ ຜູ້ວ່າການທະນາຄານກາງຣັດເຊຍ ກ່າວວ່າ: ປັດໄຈພາຍນອກໄດ້ເຮັດໃຫ້ເສດຖະກິດຂອງຣັດເຊຍປ່ຽນແປງຢ່າງໄວວາ ຈຶ່ງຈຳເປັນຕ້ອງດຳເນີນມາດຕະການດັ່ງກ່າວ ເພື່ອເພີ່ມປະສິດທິພາບໃນການຮັກສາສະຖຽນລະພາບດ້ານການເງິນ ໂດຍສະເພາະອັດຕາເງິນເຟີ້ ແລະ ເງິນຝາກຂອງປະຊາຊົນທຸກຄົນ ເພື່ອໃຫ້ມີຜົນກະທົບໜ້ອຍທີ່ສຸດຕໍ່ການດຳລົງຊີບ.

ໃນຂະນະທີ່ເງິນຣູເບີ້ລ ອ່ອນຄ່າລົງເຖິງ 30% ເມື່ອທຽບກັບເງິນໂດລາສະຫະລັດ ຢູ່ທີ່ປະມານ 90 ຣູເບີ້ລຕໍ່ 1 ໂດລາ ເມື່ອວັນທີ 28 ກຸມພາຜ່ານມາ.