ຈີນ-ກຳປູເຈຍ ເພີ່ມການຮ່ວມມື ດ້ານການຄ້າ

40

ຕາມຂ່າວ CRI ລາຍງານວ່າ: ເຂດກວາງຊີ ສປ ຈີນ ກັບ ກຳປູເຈຍ ໄດ້ເຊັນ ບົດບັນທຶກ ຄວາມເຂົ້າໃຈກັນ ກ່ຽວກັບການເພີ່ມທະວີການຮ່ວມມືດ້ານການຄ້າພາຍໃຕ້ຂອບການພົວພັນຄູ່ຮ່ວມມື ເສດຖະກິດ ຢ່າງຮອບດ້ານໃນພາກພື້ນ (RCEP) ໂດຍຜ່ານ ທາງອອນລາຍ.

ໃນບົດບັນທຶກຄວາມເຂົ້າໃຈດັ່ງກ່າວ ແມ່ນການຮ່ວມມືສະບັບທຳອິດທີ່ພາກສ່ວນຄຸ້ມຄອງການຄ້າ ຂອງປະເທດອາຊຽນ ເຊັນກັບ ເຂດກວາງຊີ ຂອງ ສປ ຈີນ ເພື່ອຮັບປະກັນ ໃຫ້ການຄ້າ ມີຄວາມວ່ອງໄວ ພາຍໃຕ້ຂອບ RCEP.
ໃນຊຸມປີຜ່ານມານີ້, ການຄ້າ ແລະ ການລົງທຶນ ລະຫວ່າງ ເຂດກວາງຊີ ກັບ ກຳປູເຈຍ ໄດ້ພັດທະນາຂຶ້ນ ຢ່າງບໍ່ຢຸດຢັ້ງ, ປີ 2021 ຍອດມູນຄ່າການຄ້າລະຫວ່າງສອງຝ່າຍບັນລຸເຖິງ 1,5 ຕື້ຢວນ, ເພີ່ມຂຶ້ນ 63,8% ເມື່ອທຽບໃສ່ປີ 2020.