ສະພາເນປານ ເລື່ອນການພິຈາລະນາເງິນຊ່ວຍເຫຼືອລ້າ ຈາກສະຫະລັດ

87

ສຳນັກຂ່າວຕ່າງປະເທດລາຍງານວ່າ ສະພາປະຊາຊົນເນປານໄດ້ເລື່ອນການພິຈາລະນາກ່ຽວກັບເງິນຊ່ວຍເຫຼືອລ້າຈາກສະຫະລັດອາເມຣິກາ ມູນຄ່າ 500 ລ້ານໂດລາ ອອກໄປຢ່າງບໍ່ມີກຳນົດ ຫຼັງມີຈາກປະຊາຊົນເນປານອອກມາເດີນຂະບວນຕໍ່ຕ້ານຢ່າງໜັກກ່ຽວກັບການຊ່ວຍເຫຼືອດັ່ງກ່າວ ມາແຕ່ອາທິດຜ່ານມາ.

ທັງນີ້ ວົງເງິນການຊ່ວຍເຫຼືອດັ່ງກ່າວ ເປັນໄປຕາມການລົງນາມລະຫວ່າງລັດຖະບານເນປານ ກັບອົງການ The Millennium Challenge Corporation ຂອງລັດຖະບານສະຫະລັດໃນປີ 2017 ເພື່ອສະໜັບສະໜູນປັບປຸງເສັ້ນທາງ ແລະ ສາຍສົ່ງໄຟຟ້າ ໄລຍະທາງ 300 ກິໂລແມັດ ໃນເຂດຊົນນະບົດຂອງເນປານ.

ລັດຖະບານເນປານລະບຸວ່າ ເງິນຊ່ວຍເຫຼືອດັ່ງກ່າວ ເປັນການຊ່ວຍເຫຼືອລ້າ ເຊິ່ງຈະເປັນປະໂຫຍດຕໍ່ຊາວເນປານ ໂດຍສະເພາະການສ້າງວຽກເຮັດງານທຳ.

ແນວໃດກໍຕາມ ພັກຝ່າຍຄ້າຍ ແລະ ພັກຮ່ວມລັດຖະບານບາງພັກຂອງເນປານຄິດວ່າ ການຊ່ວຍເຫຼືອດັ່ງກ່າວນີ້ “ຢູ່ເໜືອກົດໝາຍ” ແລະ ອາດເຮັດໃຫ້ເນປານ “ສູນເສຍອຳນາດອະທິປະໄຕ” ເນື່ອງຈາກເມື່ອວິເຄາະຢ່າງລະອຽດແລ້ວ ພົບວ່າ “ໜ່ວຍງານພາກລັດຂອງເນປານ” ມີບົດບາດໜ້ອຍທີ່ສຸດ ກັບການດຳເນີນງານ ແລະ ການກວດສອບໂຄງການທັງໝົດ.