ອັຟການິສຖານ ເລີ່ມຟື້ນຟູອຸດສາຫະກຳຜະລິດອາຫານ

39

ສຳນັກຂ່າວ ທາງການຂອງອັຟການິສຖານ ລາຍງານວ່າ: ໂຮງງານຜະລິດນໍ້າມັນປຸງແຕ່ງອາຫານ ໃນເມືອງ ມາຊາຣ-ອີ-ຊາຣີຟ ທາງພາກເໜືອ ຂອງອັຟການິສຖານຊຶ່ງໄດ້ຮັບຄວາມເສຍຫາຍ ຢ່າງໜັກ ຈາກສົງຄາມທີ່ຍືດເຍື້ອຍາວນານຫຼາຍທົດສະວັດ, ປັດຈຸບັນ, ໄດ້ກັບມາດຳເນີນການຜະລິດອີກຄັ້ງ ໂດຍໄດ້ຮັບ ການສະໜັບສະໜູນ ຈາກ ກະຊວງການເງິນ ແລະ ໄດ້ຈ້າງຄົນງານ 100 ກວ່າຄົນ ເພື່ອຜະລິດນໍ້າມັນ 1 ໂຕນຕໍ່ວັນ.

ເຈົ້າໜ້າທີ່ຂອງອັຟການິສຖານລະບຸວ່າ: ຝ່າຍບໍລິຫານພາຍໃຕ້ການນຳພາກຸ່ມຕາລີບັນກຳລັງດຳເນີນການ ເພື່ອສ້າງ ແລະ ຟື້ນຟູຂະແໜງອຸດສາຫະກຳການຜະລິດ ເພື່ອສ້າງສະຖຽນລະພາບທາງເສດຖະກິດ ໃນທ້ອງຖິ່ນ, ລວມທັງການສ້າງວຽກເຮັດງານທຳໃຫ້ແກ່ປະຊາຊົນ.

ນອກຈາກນີ້ ລັດຖະບານຂອງ ອັຟການິສຖານ ໄດ້ເປີດໂຮງງານ ເຂົ້າຈີ່, ເຂົ້າໜົມ ຂອງ ລັດຖະບານກາງ ໃນນະຄອນຫຼວງ ກາບູນ ເຊິ່ງໄດ້ສ້າງວຽກເຮັດງານທຳໃຫ້ແກ່ປະຊາຊົນຫຼາຍກວ່າ 100 ຕຳແໜ່ງງານ, ໃນນັ້ນ ມີແມ່ຍິງຈຳນວນໜຶ່ງ ເພື່ອສືບຕໍ່ ຜະລິດ ເຂົ້າຈີ່, ເຂົ້າໜົມ ແລະ ເຄັກ ສຳລັບ ຕະຫຼາດທ້ອງຖິ່ນ.