ຕົ້ນທຶນການລ້ຽງລູກໃນຈີນ ສູງກວ່າ ສະຫະລັດ ຂະນະທີ່ອັດຕາເກີດຕ່ຳລົງຢ່າງໄວວາ

68

ສະຖາບັນວິໄຈປະຊາກອນ ຢູວະຂອງຍີ່ປຸ່ນ (YuWa Population Research Institute) ເຊິ່ງມີສາຂາໃນຈີນ ໄດ້ເປີດເຜີຍຜົນການສຶກສາລະບຸວ່າ: ຕົ້ນທຶນການລ້ຽງລູກໃນຈີນ ຄິດເປັນສັດສ່ວນເກືອບ 7 ເທົ່າຂອງລາຍໄດ້ປະຊາກອນຕໍ່ຫົວຄົນໃນຈີນ, ສູງກວ່າສະຫະລັດອາເມຣິກາ ແລະ ຍີ່ປຸ່ນ ເຊິ່ງເປັນຄວາມທ້າທາຍໜຶ່ງຂອງລັດຖະບານຈີນໃນການກຳນົດນະໂຍບາຍ ທ່າມກາງອັດຕາການເກີດໃໝ່ຫຼຸດລົງຢ່າງໄວວາ ເຊິ່ງຈະສ້າງແຮງກົດດັນຕໍ່ການຂະຫຍາຍຕົວດ້ານເສດຖະກິດຈີນ.

ສະຖາບັນວິໄຈປະຊາກອນຢູວະ ໄດ້ສຶກສາຄ່າໃຊ້ຈ່າຍໃນການມີລູກຢູ່ໃນ 13 ປະເທດ ພົບວ່າ ຕົ້ນທຶນສະເລ່ຍໃນການລ້ຽງ ຕັ້ງແຕ່ມື້ເກີດຈົນຮອດອາຍຸ 18 ປີ ໃນຈີນຢູ່ທີ່ປະມານ 485.000 ຢວນ ສຳລັບລູກຄົນທຳອິດ ເຊິ່ງຄິດເປັນ 6,9 ເທົ່າຂອງລາຍໄດ້ຕໍ່ຫົວຄົນຂອງຈີນ. ໂດຍ ສປ ຈີນ ມີຄ່າໃຊ້ຈ່າຍໃນການລ້ຽງລູກສູງເປັນອັນດັບ 2 ຂອງໂລກ ຮອງຈາກສາທາລະນະລັດເກົາຫຼີ ເຊິ່ງມີອັດຕາເດັກເກີດໃໝ່ຕ່ຳທີ່ສຸດໃນໂລກ, ຂະນະທີ່ສະຫະລັດອາເມຣິກາມີຄ່າໃຊ້ຈ່າຍໃນການລ້ຽງລູກມີຄ່າໃຊ້ຈ່າຍຢູ່ທີ່ 4,11 ເທົ່າຂອງລາຍໄດ້ປະຊາກອນຕໍ່ຫົວຄົນ.

ເມື່ອລົງລາຍລະອຽດແຕ່ລະເມືອງໃຫຍ່ໃນຈີນ ພົບວ່າ: ນະຄອນຊຽງໄຮ ມີຄ່າໃຊ້ຈ່າຍໃນການລ້ຽງລູກຕັ້ງແຕ່ມື້ເກີດຈົນຮອດອາຍຸ 18 ປີ ສູງທີ່ສຸດ ໂດຍສະເລ່ຍຢູ່ທີ່ປະມານ 1 ລ້ານຢວນ, ຮອງລົງມາແມ່ນນະຄອນຫຼວງປັກກິ່ງ ຢູ່ທີ່ປະມານ 969.000 ຢວນ, ຂະນະທີ່ອັດຕາເກີດໃໝ່ໃນສອງເມືອງນີ້ ຕ່ຳກວ່າຄ່າສະເລ່ຍໃນທົ່ວປະເທດ.

ສະຖາບັນວິໄຈປະຊາກອນຢູວະ ຍັງເຕືອນວ່າ: ອັດຕາເກີດໃໝ່ຫຼຸດລົງຢ່າງໄວວາ ອາດຈະສົ່ງຜົນກະທົບຕໍ່ການຂະຫຍາຍຕົວດ້ານເສດຖະກິດ ລວມທັງການຄິດຄົ້ນນະວັດຕະກຳ ແລະ ສະຫວັດດີການ, ຂະນະດຽວກັນ ຈີນກໍກຳລັງກ້າວເຂົ້າສູ່ສັງຄົມຜູ້ສູງອາຍຸ ເຊິ່ງເພີ່ມແຮງກົດດັນຕໍ່ພາກລັດໃນການຍົກລະດັບດ້ານສາທາລະນະສຸກ ແລະ ສະຫວັດດີການສັງຄົມ ເຊັ່ນດຽວກັນກັບແຮງງານທີ່ມີຈຳນວນຫຼຸດລົງ ເຮັດໃຫ້ມີທ່າອ່ຽງວ່າ ອາດຈະຈຳກັດການຂະຫຍາຍຕົວດ້ານເສດຖະກິດຈີນ ໃນທົດສະຫວັດໜ້ານີ້.

ເຖິງວ່າ ລັດຖະບານຈີນໄດ້ສ້າງແຮງຈູງໃຈດ້ວຍການອະນຸຍາດໃຫ້ຄອບຄົວໜຶ່ງສາມາດມີລູກໄດ້ 3 ຄົນ ແຕ່ພົບວ່າ ອັດຕາການເກີດໃໝ່ໃນຈີນຫຼຸດລົງມາຢູ່ທີ່ 7,52 ຄົນຕໍ່ປະຊາກອນ 1.000 ຄົນໃນປີ 2021 ຖືວ່າເປັນສະຖິຕິຕ່ຳທີ່ສຸດເປັນປະຫວັດການ.
ລາຍງານລະບຸວ່າ ຈີນຕ້ອງໃຊ້ງົບປະມານຢ່າງໜ້ອຍ 5% ຂອງຈີດີພີ ເພື່ອສ້າງແຮງຈູງໃຈໃຫ້ຄູ່ສາມີພັນລະຍາ ມີລູກເພີ່ມ ດ້ວຍການມີສະຫວັດດີການອຸດໜູນການສຶກສາ, ການປ່ອຍສິນເຊື່ອພິເສດ, ການຍົກເວັ້ນອາກອນລາຍໄດ້ ຕະຫຼອດຮອດການຊົດເຊີຍຄ່າໃຊ້ຈ່າຍໃນການເກີດລູກ.