ມາເລເຊຍ-ກຳປູເຈຍ ຍົກລະດັບ ການຮ່ວມມືດ້ານເສດຖະກິດ

93

ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 25 ກຸມພາ 2022 ວ່າ ທ່ານ ອິສມາອີລ ຊາບຣີ ຢາຄ໊ອບ ນາຍົກລັດຖະມົນຕີມາເລເຊຍ ໄດ້ເດີນທາງໄປຢ້ຽມຢາມກຳປູເຈຍ ໂດຍໄດ້ພົບປະຫາລືກັບ ສົມເດັດຮຸນເຊັນ ນາຍົກລັດຖະມົນຕີກຳປູເຈຍ ໃນວັນທີ 24 ກຸມພາຜ່ານມາ ທີ່ນະຄອນຫຼວງພະນົມເປັນ ໂດຍນາຍົກມາເລເຊຍ ແລະ ກຳປູເຈຍໄດ້ປຶກສາຫາລື ກ່ຽວກັນການຮ່ວມມື, ການສົ່ງເສີມການຄ້າ-ການລົງທຶນ, ການສຶກສາ ເພື່ອຍົກລະດັບການຮ່ວມມືດ້ານເສດຖະກິດລະຫວ່າງສອງປະເທດ.

ນາຍົກລັດຖະມົນຕີມາເລເຊຍໄດ້ຢືນຢັນວ່າ ຈະສະໜັບສະໜູນ ແລະ ຈະເຮັດວຽກຮ່ວມກັບກຳປູເຈຍຢ່າງໃກ້ຊິດ ເພື່ອສ້າງຄວາມສາມັກຄີ, ສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາແບບຍືນຍົງຂອງອາຊຽນ, ນອກຈາກນີ້ ຍັງປຶກສາຫາລືເຖິງບັນຫາພາກພື້ນ ແລະ ສາກົນທີ່ມີຄວາມສົນໃຈຮ່ວມກັນ ໂດຍສະເພາະວິກິດການໃນມຽນມາ, ການແຂ່ງຂັນຂອງປະເທດມະຫາອຳນາດ, ຜູ້ນຳທັງສອງປະເທດ ຍັງສະໜັບສະໜູນການຮ່ວມມືລະຫວ່າງອາຊຽນກັບຄູ່ຮ່ວມມືນອກພູມີພາກພາຍໃຕ້ຂອບຮ່ວມມືອາຊຽນ-ອິນໂດປາຊີຟິກຕື່ມອີກ.