ສິງກະໂປ-ອິນເດຍ ລົງນາມການຮ່ວມດ້ານເຕັກໂນໂລຊີ

44

ສຳນັກຂ່າວ CNA, ລາຍງານວ່າ ການລົງນາມບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ສິງກະໂປ ແລະ ອິນເດຍ ມີຂຶ້ນໃນລະຫວ່າງ ກອງປະຊຸມສຸດຍອດເຕັກໂນໂລຊີ ອິນເດຍ- ສິງກະໂປ 2022 ຜ່ານລະບົບ ທາງໄກ ເຊິ່ງຈັດຮ່ວມກັນ ໂດຍກະຊວງການຄ້າ ແລະ ອຸດສາຫະກຳ ສິງກະໂປ(MTI), ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ອິນເດຍ(DST) ແລະ ສະຫະພັນອຸດສາຫະກຳ ອິນເດຍ (CII) ເພື່ອສົ່ງເສີມ ພັດທະນາ ແລະ ອຳນວຍຄວາມສະດວກ ໃຫ້ແກ່ ຫຼາຍໂຄງການ ເຮັດວຽກ ຮ່ວມກັນ, ໂຄງການ ເຫຼົ່ານີ້ ຈະມີຄວາມຄືບໜ້າ ໃນການຄົ້ນຄວ້າ, ນະວັດຕະກຳ ແລະ ການພັດທະນາ ເຕັກໂນໂລຊີ ໃນຫຼາຍພາກເຊັ່ນ: ວິສະວະກຳ ແລະ ອຸດສາຫະກຳ ການຜະລິດຊັ້ນສູງ,ສາທາລະນະສຸກ ແລະ ເຕັກໂນໂລຊີ ເກີດໃໝ່ ອື່ນໆອີກ.