ວິກິດຣັດເຊຍ-ອູແກຣນ ອາດຊ້ຳເຕີມບັນຫາຂາດແຄນຊິບຮຸນແຮງຂຶ້ນ

61

ນັກວິເຄາະຄາດການວ່າ ການປະເຊີນໜ້າທາງທະຫານລະຫວ່າງຣັດເຊຍ ແລະ ອູແກຣນ ອາດສົ່ງຜົນກະທົບຕໍ່ການຈັດຫາວັດຖຸດິບໃນການຜະລິດເຊມີຄອນດັກເຕີ (ຊິບ) ເຊິ່ງອາດເປັນການຊ້ຳເຕີມທີ່ທົ່ວໂລກກຳລັງປະເຊີນກັບການຂາດແຄນຊິບຢູ່ແລ້ວ ຍິ່ງຈະຮຸນແຮງຂຶ້ນອີກ ເນື່ອງຈາກຣັດເຊຍ ແລະ ອູແກຣນ ເປັນຜູ້ຜະລິດວັດຖຸດິບສຳຄັນໃນຂະບວນການຜະລິດຊິບ ໂດຍສະເພາະແກັສນີອອນ (Neon).

ບໍລິສັດວິໄຈດ້ານການຕະຫຼາດ ລະບຸວ່າ: ອູແກຣນ ເປັນຜູ້ສົ່ງອອກແກັສ ນີອອນ ບໍລິສຸດໃຫ້ແກ່ຕະຫຼາດໂລກກວມເອົາເກືອບ 70% ຂອງຄວາມຕ້ອງການ ເຊິ່ງນຳໃຊ້ເຂົ້າໃນການແກະແບບແຜງວົງຈອນໃຫ້ເປັນແຜ່ນ silicon wafer ເພື່ອນຳໃຊ້ເຂົ້າໃນການຜະລິດເຊມີຄອນດັກເຕີ.

ແນວໃດກໍຕາມ ເຖິງແມ່ນວ່າການສົ່ງອອກແກັສນີອອນຂອງອູແກຣນຈະຫຼຸດລົງ ແຕ່ອາດຈະບໍ່ສົ່ງຜົນກະທົບຕໍ່ການຜະລິດຊິບໃນໄລຍະສັ້ນ ແຕ່ອາດຈະເຮັດໃຫ້ລາຄາແກັສນີອອນມີທ່າອ່ຽງເພີ່ມຂຶ້ນສູງ ເຊິ່ງຈະເຮັດໃຫ້ຕົ້ນທຶນໃນການຜະລິດຊິບສູງຂຶ້ນເປັນເງົາຕາມມາ.