ສາຍການບິນໃນ ອາຊີ ເພີ່ມຖ້ຽວບິນຮອງຮັບການເດີນທາງ

88

ສາຍການບິນ ໃນອາຊີ ໄດ້ປະກາດເພີ່ມຖ້ຽວບິນ ຮອງຮັບຫຼາຍປະເທດ ທີ່ຫຼຸດຜ່ອນມາດຕະການຄວບຄຸມໂຄວິດ-19 ພ້ອມທັງເປີດຕ້ອນຮັບນັກທ່ອງທ່ຽວຈາກທົ່ວໂລກ ເຊິ່ງເປັນສ່ວນໜຶ່ງຂອງການກະຕຸ້ນ ເສດຖະກິດ ທ່າມກາງ ຄວາມຫວັງວ່າ ຈຳນວນ ຜູ້ໂດຍສານ ຈະເພີ່ມຂຶ້ນ ຕໍ່ເນື່ອງ ຫຼັງຈາກ ອຸດສາຫະກຳການບິນ ໃນພາກພື້ນອາຊີໄດ້ຮັບຜົນກະທົບ ຈາກໂຄວິດ-19 ຢ່າງໜັກໜ່ວງ ໃນໄລຍະ 2 ປີຜ່ານມາ.

ເລີ່ມຈາກສາຍການບິນ ສິງກະໂປ ແອລາຍ ໄດ້ກັບມາເປີດຮັບສະໝັກພະນັກງານອີກຄັ້ງ ຫຼັງຈາກຢຸດຈ້າງງານໃໝ່ມາເປັນເວລາກວ່າ 2 ປີແລ້ວ. ສຳລັບ ການກັບມາຈ້າງພະນັກງານການບິນໃຫ້ກັບມາ ປະຕິບັດໜ້າທີ່ກັບ ສິງກະໂປ ແອລາຍ ທາງບໍລິສັດ ມີແຜນຈະເພີ່ມຄວາມຈຸຖ້ຽວບິນຂະຫຍາຍ ການບໍລິການ ເພື່ອຮອງຮັບ ຄວາມຕ້ອງການການເດີນທາງ ເພີ່ມຂຶ້ນ. ປັດຈຸບັນ ສິງກະໂປ ໄດ້ປັບນະໂຍບາຍ ຢູ່ຮ່ວມກັບ ໂຄວິດ-19 ແລະ ເປີດຊ່ອງທາງການເດີນທາງຂອງຜູ້ທີ່ສັກ ວັກຊີນແລ້ວ ໃຫ້ສາມາດເຂົ້າສິງກະໂປໄດ້ ໂດຍບໍ່ຕ້ອງກັກຕົວ Vaccinated Travel Lane (VTL) ກັບຫຼາຍສິບປະເທດ ເຊິ່ງເປັນປັດໄຈສຳຄັນ ເຮັດໃຫ້ອັດຕາສ່ວນການຂົນສົ່ງ ຜູ້ໂດຍສານ (Load Factor) ໂດຍລວມ ຂອງສິງກະໂປ ແອລາຍ ແລະ ບໍລິສັດຍ່ອຍ GrillSilk Air ແລະ Scoot ເພີ່ມຂຶ້ນ 46,5% ໃນເດືອນທັນວາ ປີຜ່ານມາ ຈາກ 13,7% ກ່ອນໜ້ານີ້.

ຂະນະທີ່ ອຸດສາຫະກຳ ທ່ອງທ່ຽວ ຂອງຟີລິບປິນ ຍິນດີຕ້ອນຮັບ ນັກເດີນທາງ ທີ່ສັກວັກຊີນຄົບໂດສແລ້ວ ຈາກທົ່ວໂລກ. ນອກຈາກນີ້ ຍັງມີສາຍການບິນໄທ ສະເໜີຈັດລາຄາພິເສດ ສຳລັບຖ້ຽວບິນຍີ່ປຸ່ນ-ບາງກອກ ດ້ວຍການຫຼຸດລາຄາ ປີ້ໂດຍສານລົງ ສຳລັບນັກເດີນທາງທີ່ຕ້ອງການເດີນ ທາງມາບາງກອກ. ນອກຈາກ ຫຼາຍສາຍການບິນທີ່ໃຫ້ບໍລິການເຕັມຮູບແບບແລ້ວ ສາຍການບິນ ຕົ້ນທຶນຕ່ຳ ກໍເພີ່ມເສັ້ນທາງ ຮອງຮັບການເປີດຊາຍແດນກັບຫຼາຍປະເທດ ໃນອາຊີ ເຊັ່ນກັນ ລວມທັງ ສາຍການບິນ Vietjet Aviation ຂອງຫວຽດນາມ ປະກາດໃຫ້ບໍລິການເພີ່ມຖ້ຽວບິນ ລະຫວ່າງ ໂຮ່ຈີມິນ ແລະ ບາງກອກ ເປັນ 6 ຖ້ຽວບິນຕໍ່ອາທິດ ໃນເດືອນໜ້າ ແລະ ຈັດຫຼຸດຄ່າໂດຍສານລົງ 50% ໃນເບື້ອງຕົ້ນ ແລະ ຍັງມີຖ້ຽວບິນ ອື່ນໆອີກ ມີແຜນເພີ່ມຖ້ຽວບິນ ໃນຕໍ່ໜ້າ.