ບໍ່ທຳມະດາເລີຍ ຈາກຜູ້ຢູ່ເບື້ອງໜ້າ ໄປຢູ່ຫຼັງໃນການພັກດັນໄວໜຸ່ມ ໃນວົງການບັນເທີງລາວ ຕ້ອມ  Newgen

76

ບໍ່ເວົ້າເຖິງບໍ່ໄດ້ແລ້ວ ອີກໜຶ່ງໜຸ່ມສະມາຊິກວົງ B hero ຜູ້ສ້າງສັນຜົນງານໃຫ້ແກ່ວົງການບັນເທີງລາວມາຢ່າງຫຼາກຫຼາຍ ແລະ ເປັນອີກໜຶ່ງວົງທີ່ມີເພງດັງຕິດຫູໃຫ້ໄດ້ຟັງກັນ ເຊິ່ງໃນຕອນນີ້ເຮົາຈະພາມາອັບເດດກັນແນ່ວ່າຕອນນີ້ ກໍາລັງເຮັດຫຍັງຢູ່ ແລະ ຈະມີຫຍັງໃຫ້ໄດ້ຕິດຕາມ ໂດຍໜຶ່ງໃນສະມາຊິກຕອນນີ້ ກໍຍັງເປັນປະທານບໍລິສັດ ເພື່ອສ້າງໄວໜຸ່ມມາປະດັບວົງການບັນເທີງລາວອີກດ້ວຍ ແລະ ທີ່ເຮົາກໍາລັງເວົ້າເຖິງຢູ່ນີ້ກໍຄື ສຸລິຍະ ຕານຸວັນ ຊື່ຫຼິ້ນ ຕ້ອມ Newgen ປັດຈຸບັນເປັນປະທານ ບໍລິສັດ Newgen Entertainment ທີ່ເຮັດກ່ຽວກັບການພັດທະນາໄວໜຸ່ມ ແລະ ວົງການບັນເທີງ.

ໂອກາດດີ ທາງທີມຂ່າວບັນເທີງໄດ້ມີໂອກາດສໍາພາດເຖິງຜົນງານຕ່າງໆ ໂດຍໜຸ່ມຕ້ອມກໍໄດ້ໃຫ້ສໍາພາດວ່າ: ຜົນງານຜ່ານມາ ແມ່ນເປັນນັກຮ້ອງບອຍແບຼນລຸ້ນບຸກເບີກ B hero ເຈົ້າຂອງຜົນງານເພງດັງ “ບ້ານນອກ” ແລະ “ຍັງຮັກຢູ່” ຈາກນັ້ນກໍປ່ຽນວົງມາເປັນວົງ Maz ຜົນງານເພງ “oneway ticket” ທີ່ສ້າງຊື່ສຽງໄປເຖິງປະເທດເພື່ອນບ້ານ

ແຕ່ປະຈຸບັນນີ້ແມ່ນຜັນໂຕມາຢູ່ເບື້ອງຫຼັງ ສ້າງບໍລິສັດ ພັດທະນາວົງການບັນເທິງໃຫ້ເຂົ້າເຖິງມາດຕະຖານຫຼາຍຂຶ້ນ ມາດຕະຖານຂອງເຮົາແມ່ນ ການກັບມາສ້າງຮາກຖານສ້າງລະບົບ, ສ້າງຄວາມສາມາດທີ່ແທ້ຈິງ ແລະ ສ້າງລະບົບໃຫ້ສອດຄ່ອງກັບຍຸກສະໄໝ ເພື່ອສ້າງຊື່ສຽງໄວໜຸ່ມລາວ ແລະ ສ້າງໃຫ້ເປັນວົງກວ້າງ ເພື່ອສອດຄ່ອງຫາແຫຼ່ງທ່ອງທ່ຽວ ແລະ ວັດທະນະທຳລາວ.

ຜົນງານຂອງບໍລິສັດປັດຈຸບັນແມ່ນການສ້າງຮາກຖານ ຕັ້ງແຕ່ການເຕັ້ນ, ການຮ້ອງ, ການປັບບຸກຄະລິກະພາບ ແລະ ສ້າງແນວຄິດ ປັບເປົ້າໝາຍໃຫ້ໄວໜຸ່ມຊັດເຈນຂຶ້ນໃນວົງການບັນເທີງ ເຊິ່ງທາງຄ້າຍເຮົາໃສ່ໃຈຕັ້ງແຕ່ໜ້າບ້ານ ແລະ ຈົນເບິ່ງແຍງເຖິງຫຼັງບ້ານ ບໍ່ວ່າຈະເປັນເລື່ອງຄອບຄົວ, ການຮຽນ ແລະ ວິໄສທັດຕໍ່ສັງຄົມ ເພາະໄວໜຸ່ມຜ່ານເຂົ້າມາຫຼັກໆຄືສອນໃຫ້ເປັນຄົນດີ ຕໍ່ສັງຄົມ ເພື່ອເປັນແບບຢ່າງ ແລະ ດີຕໍ່ຄອບຄົວ ເພື່ອສ້າງໃຫ້ຮູ້ວ່າວົງການບັນເທິງມັນບໍ່ແມ່ນພຽງແຕ່ເປັນກິດຈະກຳ ມັນຄືແບບຢ່າງຂອງສັງຄົມຄືລາຍຮັບພິເສດ ຫຼືອາດສ້າງເປັນອາຊີບໄດ້ໃນພາຍພາກໜ້າ.

ກິດຈະກຳຍາມວ່າງແມ່ນເບິ່ງລະບົບການຝຶກສອນ ແລະ ເປັນທີ່ປຶກສາອົບຮົ່ມນ້ອງໆໃນສັງກັດ ເພື່ອໃຫ້ໄດ້ຄຸນນະພາບ ຢູ່ບ້ານກໍມັກແຕ່ງໂຕສະບາຍທີ່ສຸດເສື້ອຍືດໂສ້ງຂາສັ້ນ ແຕ່ອອກໄປບໍລິສັດຈະແມ່ນສູດເປັນສ່ວນໃຫຍ່.

ໃນປີ 2022 ນີ້ທາງຄ້າຍ Newgen Entertainment ຂໍຝາກທຸກຜົນງານຂອງໄວໜຸ່ມລາວບໍ່ວ່າຈະມາຈາກຄ້າຍເຮົາ ຫຼືບ່ອນອື່ນ ເພາະໄວຫນຸ່ມລາວເກັ່ງ ແລະ ມີເປົ້າໝາຍຫຼາຍ ແຕ່ຂາດການສະໜັບສະໜູນພັກດັນໃຫ້ຖືກທາງ ເຮົາເປັນພຽງສ່ວນນ້ອຍໆທີ່ໃຊ້ງົບໂຕເອງ ແລະ ໄດ້ຈາກສະປອນເຊີ້ບາງສ່ວນ ນຳມາສ້າງລະບົບແລະ ຄຸ່ນຄ່າຂອງໄວໜຸ່ມຂຶ້ນມາເທື່ອລະໜ້ອຍ ເພື່ອພັດທະນາບຸກຄະລາກອນ ທັງແນວຄິດດີ ແລະ ຄວາມສາມາດດີ ເຊື່ອວ່າຄົນເຫຼົ່ານີ້ຈະນຳສິ່ງທີໄດ້ຈາກ Newgen ໄປພັດທະນາລຸ້ນຕໍ່ໆໄປ.

ສໍາລັບເປົ້າໝາຍທີ່ເດີນຢູ່ ຕັ້ງເປົ້າອີກສອງປີຂ້າງໜ້າ ພວກເຮົາຈະເຮັດໃຫ້ເປັນອຸດສາຫະກຳວົງການບັນເທິງໃຫ້ໄດ້ ໂຕຢ່າງເຊັ່ນປະເທດ ສ.ເກົາຫຼີ ແລະ ຫວຽດນາມ ປະສົບຜົນສຳເລັດ ສົ່ງຜົນຕໍ່ເສດຖະກິດ ແລະ ແຫຼ່ງທ່ອງທ່ຽວໄດ້ມະຫາສານ ສຸດທ້າຍນີ້ກໍຂໍຝາກຜົນງານ ແລະ ສະໜັບສະໜູນທາງຄ້າຍພວກເຮົາດ້ວຍ ສາມາດຕິດຕາມໄດ້ທີ່ເຟສບຸກ Tom Newgen ໄດ້ເລີຍ.

[ຮູບ: Tom Newgen]