ຈັດຕັ້ງວັນສັກວັກຊີນວັນສັກວັກຊີນແຫ່ງຊາດ (ວສຊ) ຍົກລະດັບອັດຕາພູມຄຸ້ມກັນແລະ ຮັບມືກັບສາຍພັນ ໂອມິຄຣອນ

114

ຫ້ອງວ່າການສໍານັກງານ ນາຍົກລັດຖະມົນຕີ ອອກແຈ້ງການຕົກລົງ ແລະ ທິດຊີ້ນໍາຂອງທ່ານ ນາຍົກລັດຖະມົນຕີ ກ່ຽວກັບຂະບວນການວັນສັກວັກຊີນແຫ່ງຊາດ (ວສຊ) ເພື່ອກັນພະຍາດໂຄວິດ-19 ໃນຂອບ ເຂດທົ່ວປະເທດ ເພື່ອເປັນການຍົກລະດັບອັດຕາພູມຄຸ້ມກັນປະຊາຊົນບັນດາເຜົ່າໃຫ້ສູງຂຶ້ນ ແລະ ຮັບມືກັບສາຍພັນ ໂອມິຄຣອນ ມາຍັງທ່ານຊາບດັ່ງນີ້


1 ເຫັນດີໃຫ້ມີການຈັດຕັ້ງປະຕິບັດ ວສຊ ເພື່ອກັນພະຍາດໂຄວິດ-19 ຢູ່ແຂວງ ຫົວພັນ, ຊຽງຂວາງ, ອຸດົມໄຊ, ສະຫວັນນະເຂດ ແລະ ໄຊສົມບູນ ແຕ່ວັນທີ 21 ກຸມພາ ຫາ ວັນທີ 04 ມີນາ 2022. ສໍາລັບນະຄອນຫຼວງ ວຽງຈັນ ແລະ ແຂວງອື່ນໆ ແມ່ນຈັດຕັ້ງປະຕິບັດ ໃນວັນທີ 04 ຫາ 19 ມີນາ 2022 ຫຼື ຖ້າແຂວງໃດມີຄວາມພ້ອມ ກໍສາມາດເລີ່ມປະຕິບັດໃນວັນທີ 21 ກຸມພາ 2022.
2 ສໍາລັບກຸ່ມເປົ້າຫມາຍທີ່ຈະເຂົ້າຮັບວັກຊີນກັນພະຍາດໂຄວິດ-19 ໃນຂະບວນການ ວສຊ ຄັ້ງນີ້ ແມ່ນເລີ່ມແຕ່ອາຍຸ 6 ປີຂຶ້ນໄປ ລວມທັງຜູ້ທີ່ຍັງບໍ່ທັນໄດ້ຮັບວັກຊີນໂຄວິດ-19 ເຂັ້ມທີ I, ເຂັມທີ 2 ແລະ ເຂັ້ມກະຕຸ້ນໃນ ໄລຍະຜ່ານມາ, ພາຍຫຼັງສໍາເລັດ ວສຊ ຄັ້ງນີ້ແລ້ວ ແມ່ນໃຫ້ສືບຕໍ່ຄົ້ນຄວ້າພິຈາລະນາການສັກໃຫ້ເດັກນ້ອຍກຸ່ມ
ອາຍຸ 3-5 ປີ.


3. ມອບໃຫ້ກະຊວງສຶກສາທິການ ແລະ ກິລາ ສົມທົບກັບພາກສ່ວນກ່ຽວຂ້ອງ ເກັບກໍາ ແລະ ສັງລວມກຸ່ມເປົ້າຫມາຍນັກຮຽນອາຍຸ 6-11 ປີ ແລະ ນັກຮຽນອາຍຸ 12 ປີຂຶ້ນໄປ ທີ່ຍັງບໍ່ທັນໄດ້ຮັບວັກຊີນຜ່ານມາ ຢູ່ໃນ ສະຖານການສຶກສາທຸກຂັ້ນ ທັງພາກລັດ ແລະ ເອກະຊົນ ໃຫ້ສໍາເລັດກ່ອນວັນຈັດຕັ້ງປະຕິບັດ ວສຊ ເພື່ອໃຫ້ຮູ້ຈໍານວນທີ່ຊັດເຈນ ທີ່ຈະຮັບວັກຊີນໃນຂະບວນການ ວສຊ ຄັ້ງນີ້.
4 ມອບໃຫ້ບັນດາກະຊວງ, ກົມກອງ, ສໍານັກງານອົງການ, ໂຮງຈັກ, ໂຮງງານ ທັງພາກລັດ ແລະ ເອກະຊົນ ແລະ ອົງການປົກຄອງທ້ອງຖິ່ນ ຕ້ອງໄດ້ກວດຄືນພະນັກງານ ແລະ ປະຊາຊົນ ທີ່ຢູ່ພາຍໃຕ້ການຄຸ້ມຄອງຂອງຕົນ ທີ່ ຍັງບໍ່ໄດ້ຮັບວັກຊີນກັນພະຍາດໂຄວິດ-19 ຄົບ ຕາມຄໍາແນະນໍາ ແມ່ນໃຫ້ເຂົ້າມາຮັບວັກຊີນ ໃນຊ່ວງ ວສຊ ຄັ້ງ

5 ມອບໃຫ້ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ອອກໂຄສະນາປະຊາສໍາພັນ ກ່ຽວກັບຂະບວນການ ວສຊ ຄັ້ງນີ້ ໃຫ້ກວ້າງຂວາງ ເພື່ອໃຫ້ກຸ່ມເປົ້າຫມາຍ ແລະ ປະຊາຊົນທຸກຊັ້ນຄົນ ຢູ່ໃນແຕ່ລະທ້ອງຖິ່ນ ໄດ້ຮັບຮູ້ຂໍ້ມູນຂ່າວສານທີ່ຖືກຕ້ອງ ແລະ ເຂົ້າມາຮັບວັກຊີນກັນພະຍາດໂຄວິດ-19 ໃນໄລຍະ ວສຊ – ຄັ້ງນີ້ຢ່າງພ້ອມພຽງ ຕາມກໍານົດເວລາ.


6. ມອບໃຫ້ກະຊວງສາທາລະນະສຸກ ປະສານສົມທົບກັບອົງການປົກຄອງທ້ອງຖິ່ນ ເພື່ອກະກຽມພາຫະນະ,ອຸປະກອນ, ວັກຊີນ, ງົບປະມານ ແລະ ພະນັກງານ ໃຫ້ພຽງພໍ ເພື່ອຮັບປະກັນ ໃນການຈັດຕັ້ງປະຕິບັດ ວສຊ ໃຫ້ມີປະສິດທິພາບ ແລະ ທັນຕາມເວລາທີ່ໄດ້ກໍານົດໄວ້. ພ້ອມກັນນີ້, ໃຫ້ປະສານກັບທາງພາກເອກະຊົນ ເຊັ່ນ: ໂຮງຫມໍເອກະຊົນ, ຫ້ອງກວດພະຍາດ ທີ່ໄດ້ຮັບການອະນຸຍາດຈາກກະຊວງສາທາລະນະສຸກ ເຂົ້າມາມີ ສ່ວນຮ່ວມ ໃນການຈັດຕັ້ງຂະບວນການດັ່ງກ່າວ ໂດຍມອບໃຫ້ພະແນກສາທາລະນະສຸກແຂວງ ເປັນຜູ້ປະສານງານ ແລະ ຄຸ້ມຄອງຕິດຕາມທາງດ້ານວິຊາການ.


7. ເວລາຈັດຕັ້ງປະຕິບັດຕົວຈິງ, ຫາກພົບຄວາມຫຍຸ້ງຍາກ ຫຼື ບໍ່ທັນເຂົ້າໃຈແຈ້ງ ໃຫ້ຮີບຮ້ອນສົມທົບກັບ ຄະນະສະເພາະກິດໂຄວິດ-19 ຂັ້ນສູນກາງ ເພື່ອແກ້ໄຂໃຫ້ທັນການ. 8. ພາຍຫຼັງການຈັດຕັ້ງປະຕິບັດສໍາເລັດແລ້ວ ໃຫ້ກະຊວງ, ອົງການ, ນະຄອນຫຼວງວຽງຈັນ ແລະ ບັນດາແຂວງ ມີ ການສະຫຼຸບຕີລາຄາ ແລະ ລາຍງານຜົນໄດ້ຮັບ ໃຫ້ລັດຖະບານ ເພື່ອຊາບພາຍໃນເວລາອັນຄວນ.
ດັ່ງນັ້ນ, ຈຶ່ງຮຽນແຈ້ງມາຍັງທ່ານ ເພື່ອຊາບ ແລະ ປະຕິບັດຕາມເນື້ອໃນແຈ້ງການສະບັບນີ້ດ້ວຍ