ປະກາດ ປ່າສະຫງວນດົງຫົວສາວ ແລະ ດົງເຊປຽນ ເປັນອຸດທະຍານແຫ່ງຊາດ

380

ບອກເລີຍວ່າປະເທດລາວເຮົາ ຍັງຄົງອຸດົມສົມບູນໄປດ້ວຍຊັບພະກອນ ແລະ ທໍາມະຊາດທີ່ງົດງາມ ເຊິ່ງບາງສະຖານທີ່ກໍສະຫງວນໄວ້, ປົກປັກຮັກສາ ໃຫ້ມີຄວາມອຸດົມສົມບູນແບບເດີມ ຄື ປ່າສະຫງວນດົງຫົວສາວ ແລະ ດົງເຊປຽນ ນະຄອນປາກເຊ, ແຂວງຈໍາປາສັກ ທີ່ມີວິວທິວທັດທຳມະຊາດທີ່ສວຍງາມ ຫຼາກຫຼາຍ ຂອງສາຍນໍ້າ, ພູ ຕ່າງໆ ແລະ ສັດສາວາສິງ.


ຫຼ້າສຸດ ວັນທີ 17 ກຸມພາ 2022 ທີ່ ໂຮງແຮມເອລະວັນ, ນະຄອນປາກເຊ, ແຂວງຈໍາປາສັກ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ພົນເອກ ຈັນສະຫມອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີ ກະຊວງປ້ອງກັນປະເທດ, ທ່ານ ນາງ ນາລີ ສີສຸລິດ ພັນລະຍາ ທ່ານເລຂາທິການໃຫຍ່, ປະທານປະເທດ, ທ່ານລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້, ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະການຄ້າ, ບັນດາ ທ່ານເຈົ້າແຂວງ ສາລະວັນ, ເຊກອງ, ອັດຕະປື ແລະ ແຂວງຈຳປາສັກ, ຮອງເຈົ້າແຂວງສະຫວັນນະເຂດ, ບັນດາ ການນໍາຈາກສູນກາງ ແລະ ພະແນກການທີ່ກ່ຽວຂ້ອງຂອງແຂວງ ພ້ອມດ້ວຍ ຜູ້ປະກອບການ ເຂົ້າຮ່ວມ.

.

ພິທີການປະກາດ ປ່າສະຫງວນດົງຫົວສາວ ແລະ ດົງເຊປຽນ ເປັນອຸດທະຍານແຫ່ງຊາດ ສຳຫຼັບອຸທະຍານແຫ່ງຊາດ ດົງຫົວສາວ ຈະເປັນສະຖານທີ່ ທີ່ມີຄວາມໂດດເດັ່ນ ພ້ອມກັບວິວທິວທັດທຳມະຊາດທີ່ສວຍງາມ ມີຄວາມຫຼາກຫຼາຍ ບໍ່ວ່າຈະເປັນທາງດ້ານສາຍນໍ້າ ແລະ ພູ ຕ່າງໆ. ອຸດທະຍານແຫ່ງນີ້ມີນ້ຳໄຫຼຜ່ານຕະຫຼອດປີ ແລະ ມີຄວາມຫຼາກຫຼາຍທາງດ້ານຊະນິດພັນສັດ, ພັນໄມ້, ພືດປ່າ ກຸລາບພັນປີທີ່ຫາຍາກ , ເປັນເຮືອນຮັງຂອງສັັດປ່າ ແລະ ເປັນທີ່ຍອມຮັບຂອງສາກົນວ່າເປັນອຸດທະຍານທີ່ມີຄວາມອຸດົມສົມບູນ.

.


ສວ່ນອຸດທະຍານແຫ່ງຊາດ ເຊປຽນ ຈະມີຄວາມໂດດເດັ່ນທາງດ້ານຊະນິດພັນສັດປ່າ ຈຳພວກຕະກຸນລີງ , ທະນີ ແລະ ນົກນ້ຳຂະໜາດໃຫຍ່ ເປັນອຸທະຍານປ່າດົງດຶບເຂດຮາບພຽງຂະໜາຍໃຫຍ່ ຫຼື ປ່າແຄມນ້ຳ ເປັນທີ່ຢູ່ທີ່ມີຄຸນຄ່າສຳຫຼັບສັບນ້ຳ ແລະ ສດປ່ານາໆພັນ ນອກຈາກນີ້ ໃນເຂດປ່າສະຫງວນເຊປຽນ ຍັງໄດ້ສົ່ງເສີມໃຫ້ປະຊາຊົນ ໄດ້ສ້າງຄຸນຄ່າ ແລະ ປະໂຫຍດ ຈາກຄວາມອຸດົມສົມບຸນ ຂອງລະບົບນິເວດເຂດນີ້ອີກດ້ວຍ.

.

ເນື້ອໃນຂ່າວ : ວິທະຍຸແຂວງຈຳປະສັກ
ພາບ: ທ່ອງທ່ຽວເມືອງລາວ