ແຈ້ງເສັ້ນທາງ 13 ໃຕ້ເຂດເມືອງປາກກະດິງກຳລັງກໍ່ສ້າງຂໍຜູ້ຂັບຂີ່ໃຫ້ຄວາມຮ່ວມມື

182

ເສັ້ນທາງເລກທີ 13 ໃຕ້ ແມ່ນເປັນເສັ້ນທາງສາຍຫຼັກທີ່ໃຊ້ໃນການສັນຈອນ ໂດຍສະເພາະການເດີນທາງລົງທາງໃຕ້ ເຊິ່ງຕອນນີ້ໃນບາງຊ່ວງຂອງເສັ້ນທາງແມ່ນໄດ້ມີການບູລະນະ ຫຼື ສ້ອມແປງ ເພື່ອໃຫ້ມີຄວາມສະດວກສະບາຍຕື່ມ ດັ່ງນັ້ນໃຜທີ່ຈະເດີນທາງໄປ-ມາຜ່ານເຂດດັ່ງກ່າວຂໍໃຫ້ມີສະຕິ ເພື່ອຫຼຸດຜ່ອນການເກີດອຸບັດຕິເຫດ.

ທາງຫ້ອງວ່າການແຂວງ ບໍລິຄຳໄຊ ໄດ້ອອກແຈ້ງການສະບັບ ເລກທີ 203/ຫວຂ.ບຊ ລົງວັນທີ 10 ກຸມພາ 2022 ກ່ຽວກັບການສັນຈອນຜ່ານເສັ້ນທາງ 13 ໃຕ້ ກມ 71 ບ້ານໄຊສະຫວ່າງ ເມືອງປາບາດ ຫາ ກມ 249ບ້ານນາວຽງ ເມືອງປາກກະດິງ ເຂດແຂວງບໍລິຄໍາໄຊ.

ໂດຍລະບຸເບື້ອງຕົ້ນວ່າ: ຫ້ອງວ່າການແຂວງບໍລິຄໍາໄຊ ຂໍຖືເປັນກຽດແຈ້ງມາຍັງທ່ານຊາບທົ່ວເຖິງກັນວ່າ: ເສັ້ນທາງເລກທີ 13 ໃຕ້ ຊ່ວງແຕ່ ກມ 71 ບ້ານໄຊສະຫວ່າງ ເມືອງທ່າພະບາດ ຫາ ກມ 249 ບ້ານນາວຽງ ເມືອງປາກກະດິງ ແມ່ນຢູ່ໃນຊ່ວງກໍາລັງລົງມືຈັດຕັ້ງປະຕິບັດວຽກກໍ່ສ້າງຢູ່, ຜ່ານການຕິດຕາມເກັບກໍາຂໍ້ມູນຂອງເຈົ້າຫນ້າທີ່ເຫັນວ່າ ຍັງມີຫລາຍຄົນບໍ່ທັນປະຕິບັດຕາມກົດລະບຽບຈະລາຈອນ ເປັນຕົ້ນ: ບັນດາປ້າຍເຕືອນຕ່າງໆຕາມເສັ້ນທາງຊ່ວງທີ່ກໍາລັງກໍ່ສ້າງຢູ່ ຜູ້ຂັບຂີ່ຈຳນວນໜຶ່ງຍັງຂັບດ້ວຍຄວາມໄວສູງຢູ່ ເຊິ່ງມີຄວາມສ່ຽງສູງຕໍ່ຄວາມປອດໄພ ແລະ ມີອຸປະຕິເຫດທີ່ຈະເກີດຂຶ້ນ.

ສະນັ້ນ, ໃຫ້ທຸກພາກສ່ວນໃນສັງຄົມທີ່ນໍາໃຊ້ເສັ້ນທາງ ມີສ່ວນຮ່ວມເປັນເຈົ້າການໃນການຈັດຕັ້ງປະຕິບັດ ໃຫ້ໄດ້ຮັບຜົນດີ, ໃຫ້ເອົາໃຈໃສ່ ມີສະຕິຂັບຂີ່ດ້ວຍຄວາມລະມັດລະວັງ ແລະ ໃຫ້ປະຕິບັດຕາມປ້າຍສັນຍານເຕືອນຕ່າງໆ ທີ່ຕິດຕັ້ງໄວ້ຕາມເສັ້ນທາງຢ່າງເຂັ້ມງວດ.

ສະນັ້ນແລ້ວ ໃຜທີ່ເດີນທາງໄປຕາມເສັ້ນທາງດັ່ງກ່າວ ກໍ່ຄວນໃຫ້ຄວາມຮ່ວມມື ທັງນີ້ກໍ່ເພື່ອຄວາມປອດໄພ ແລະ ເຮັດໃຫ້ການດຳເນີນວຽກງານເປັນໄປໄດ້ດີ ແລະ ສຳເລັດໄວ.