ນາຊາ ກັງວົນຕໍ່ແຜນການໃຊ້ດາວທຽມຈຳນວນຫຼາຍຂອງ SpaceX

47

ອົງການບໍລິຫານການບິນ ແລະ ອາວະກາດແຫ່ງຊາດສະຫະລັດ (NASA) ສະແດງຄວາມກັງວົນຕໍ່ແຜນການຂອງບໍລິສັດ SpaceX ໃນການເປີດນຳໃຊ້ດາວທຽມປະມານ 30 ພັນດວງ ສຳລັບໂຄງການ ສະຕາລິງ (Starlink).

ກ່ອນໜ້ານີ້ ບໍລິສັດ SpaceX ຂອງອີລອນ ມັສໄດ້ຮັບອະນຸຍາດໃຊ້ງານດາວທຽມປະມານ 12 ພັນດວງ ເພື່ອໃຫ້ບໍລິການອິນເຕີເນັດແບບບຣອດແບນ ແລະ ໄດ້ຂໍອະນຸຍາດໃຊ້ງານກຸ່ມດາວທຽມຮຸ່ນທີ 2 ອີກຈຳນວນ 30 ພັນດວງ.

ຄະນະກຳມະການຄຸ້ມຄອງກິດຈະການສື່ສານຂອງ ນາຊາ ອອກຖະແຫຼງການວ່າ: ນາຊາ ມີຄວາມກັງວົນກ່ຽວກັບທ່າອ່ຽງທີ່ອາດຈະມີກໍລະນີຂອງຕຳແໜ່ງດາວທຽມທີ່ເຄື່ອນເຂົ້າມາໃກ້ກັນຫຼາຍຂຶ້ນ ແລະ ອາດຈະສົ່ງຜົນກະທົບຕໍ່ພາລະກິດດ້ານວິທະຍາສາດ ແລະ ອາວະກາດຂອງມະນຸດຂອງນາຊາ. ນາຊາຕັ້ງຂໍ້ສັງເກດວ່າ ຂະນະນີ້ ມີດາວທຽມທັງໝົດ 25 ພັນດວງຢູ່ໃນວົງໂຄຈອນ ແລະ ມີ 6.100 ດວງຢູ່ຕ່ຳກວ່າລະດັບ 600 ກິໂລແມັດ ຈາກພື້ນດິນ, ການຂະຫຍາຍດາວທຽມຮຸ່ນທີ 2 ຂອງ SpaceX ຈະເພີ່ມຈຳນວນດາວທຽມໃນວົງໂຄຈອນຫຼາຍກວ່າ 2 ເທົ່າ ແລະ ເພີ່ມຈຳນວນດາວທຽມໃນລະດັບຕ່ຳກວ່າ 600 ກິໂລແມັດອີກ 5 ເທົ່າ.