14 ກຸມພາວັນແຫ່ງຄວາມຮັກ ເບິ່ງປະຫວັດຄວາມເປັນມາ

259

ວັນວາເລນທາຍທີ່ໃຊ້ແທນຄວາມຮັກຂອງໜຸ່ມສາວເປັນສ່ວນໃຫຍ່ ໂດຍໃນວັນນີ້ຈະມີການໃຫ້ຂອງຂວັນແກ່ຄູ່ບ່າວສາວ ສົ່ງເຂົ້າໜົມ (ໂດຍສະເພາະ ຊ໊ອກໂກແລັດ), ດອກໄມ້ (ສ່ວນໃຫຍ່ແມ່ນ ດອກກຸຫຼາບ) ໃຫ້ກັບຄົນຮັກ ຫຼື ເພື່ອສະແດງຄວາມຮັກທີ່ມີຕໍ່ກັນ ເຊິ່ງວ່າເຮົາຮູ້ບໍວ່າທີ່ມາຂອງວສິ່ງເຫຼົ່ານີ້ມີທີ່ໄປທີ່ມາແບບໃດ.

ໃນສະໄໝຂອງຈັກກະພັດ ຄລໍດີອັສ ທີ່ II (Claudius II) ແຫ່ງກຸງໂຣມ ພະອົງຊົງເປັນກະສັດທີ່ມີຈິດໃຈໂຫດຮ້າຍມັກເຮັດສົງຄາມ ແຕ່ການເກນທະຫານບໍ່ໄດ້ຕາມຈຸດປະສົງ ຍ້ອນວ່າຊາຍໜຸ່ມບໍ່ຢາກຈາກຄູ່ຮັກ ແລະ ຄອບຄົວ, ພະອົງຈິ່ງອອກລາຊະອົງການ ຫ້າມບໍໃຫ້ມີງານໝັ້ນແລະແຕ່ງງານ, ອັນໄດ້ເຮັດໃຫ້ປະຊາຊົນທຸກໃຈເປັນຢ່າງຍິ່ງ

ຕໍ່ມາຈິ່ງມີນັກບຸນຄົນໜຶ່ງຊື່ “ເຊນ ວາເລນທາຍ ຢູ່ກຸງໂຣມ” ໄດ້ຈັດພິທີແຕ່ງງານໃຫ້ຊາວຄຣິສ ຫລາຍຄູ່ ລາວຈິ່ງຖືກຈັບ, ໃນຂະນະທີ່ຖືກຄຸກຢູ່ນັ້ນ ລາວກໍ່ຕົກຢູ່ໃນຂຸມຮັກຂອງສາວຄົນໜຶ່ງຊື່ “ຈູເລຍ ຊຶ່ງເປັນລູກສາວຂອງເຈົ້ານາຍ(ຜູ້ຄຸມ)”

ກ່ອນວັນຖືກປະຫານຊີວິດດ້ວຍການຕັດຄໍ ວັນທີ 14 ກຸມພາ ຄສ 270 ວາເລນທາຍໄດ້ຂຽນຈົດໝາຍສົ່ງເຖິງນາງຈູເລຍແລະ ລົງທ້າຍວ່າ: “From your valentine” ສົບຂອງລາວໄດ້ເກັບໄວ້ທີ່ໂບດແຫ່ງໜຶ່ງໃນກຸງໂຣມ ນາງຈູເລຍໄດ້ໄປປູກຕົ້ນ ອາມອນສີຊົມພູໄວ້ໃກ້ຫລຸມສົບຂອງລາວເພື່ອອາໄລຮັກແລະຄິດເຖິງ ຈົນເຖິງທຸກວັນນີ້ຊາວຕາວັນຕົກໄດ້ຖືຕົ້ນອາມອນສີຊົມພູດັ່ງກ່າວເປັນສັນຍາລັກແຫ່ງຄວາມຮັກ ແລະ ມິດຕະພາບ

ເພື່ອສະແດງອອກຄວາມອິດູຕົນສົງສານແລະຄວາມກ້າຫານຂອງ ວາເລນທາຍ ຕໍ່ມາທຸກໆປີເມື່ອຮອດວັນທີ່ 14 ກຸມພາ ຈິ່ງພາກັນລະນຶກເຖິງວັນດັ່ງກ່າວຊຶ່ງເປັນທີ່ນິຍົມກວ້າງຂວາງທີ່ສຸດຢູ່ ອີຕະລີ ແລະ ຝຣັ່ງ.