ກະເບື້ອງກາສິງ “ຄວາມປອດໄພຕ້ອງມາກ່ອນ” ປີ 2021 ໄດ້ຮັບລາງວັນປະເພດບູລິມະສິດດີເດັ່ນ-ຂະແໜງການຄ້າຍົກ-ຄ້າຍ່ອຍ

78

ໂຮງງານກະເບື້ອງ ກາສິງ ບໍລິຫານພາຍໃຕ້ ແນວທາງ: “ ວຽກງານຄວາມປອດໄພຕ້ອງມາກ່ອນ, ເນັ້ນຄຸນນະພາບຂອງສິນຄ້າເປັນສຳຄັນ, ຕາມມາດ້ວຍປະລິມານຕອບສະໜອງ ແລະ ທຸກຢ່າງຕ້ອງຢູ່ພາຍໃຕ້ລະບຽບຫລັກການ ” ໄລຍະ 9 ປີ ແຫ່ງການສ້າງຕັ້ງ ແລະ ດໍາເນີນທຸລະກິດດ້ວຍຄວາມຫ້າວຫັນ ໂດຍລວມສາມາດສ້າງຄວາມຄ່ອງຕົວ ໃນທີ່ສຸດປີ 2021 ກໍໄດ້ອີກ 1 ລາງວັນຢັ້ງຢືນຄວາມສໍາເລັດ ປະເພດລາງວັນບູລິດມະສິດດີເດັ່ນ.

อาจเป็นรูปภาพของ 1 คน, กำลังยืน และ สถานที่ในร่ม
ທ່ານ ຄໍາສິງ ຈັນທະວົງ ຜູ້ອໍານວຍການ
ໂຮງງານກະເບື້ອງ ກາສິງ ໄດ້ໃຫ້ຮູ້ວ່າ: ໂຮງງານກະ ເບື້ອງ ກາສິງ ສ້າງຕັ້ງຂຶ້ນໃນວັນທີ 25 ກຸມພາ 2012 ໄດ້ເປີດການຜະລິດ ແລະ ຈໍາໜ່າຍຢ່າງເປັນທາງການໃນວັນທີ 19 ມິຖຸນາ 2013 ເຊິ່ງມີສຳນັກງານຕັ້ງຢູ່ ບ້ານນໍ້າຖ້ວມໃຕ້ ເມືອງນ້ຳບາກ ແຂວງຫຼວງພະບາງ. ເປັນການລົງທຶນຂອງນັກທຸລະກິດລາວ 100% (ຜູ້ດຽວ) ປັດຈຸບັນ ມີຕະຫຼາດຈຳໜ່າຍຢູ່ 7 ແຂວງຄື: ຫຼວງພະບາງ, ອຸດົມໄຊ, ຫຼວງນ້ຳທາ, ຫົວພັນ, ໄຊຍະບູລີ, ບໍ່ແກ້ວ ແລະ ແຂວງຜົ້ງສາລີ.

ไม่มีคำอธิบายรูปภาพ
ບົດຮຽນແຫ່ງການຜ່ານຜາອຸປະສັກຜ່ານມາ: ເລີ່ມຜະລິດໃໝ່ໆ ບັນຫາທີ່ປະເຊີນໜັກກໍແມ່ນ ຕະຫຼາດຈຳໜ່າຍ ເນື່ອງຈາກຕະຫຼາດຈຳໜ່າຍກະເບື້ອງເປັນຂອງໂຮງງານອື່ນຢູ່ແລ້ວ ດັ່ງນັ້ນ, ທາງໂຮງງານຕ້ອງໄດ້ຍົກລະດັບການແຂ່ງຂັນ ດ້ວຍການໂຄສະນາທາງສື່ອັອຟລາຍ ແລະ ອອນລາຍ. ຜ່ານຜ່າດ້ວຍການຜະລິດກະເບື້ອງທີ່ມີຄຸນນະພາບດີກວ່າ ພ້ອມສະເໜີນະໂຍບາຍທີ່ເໝາະສົມໃຫ້ກັບຜູ້ໃຊ້ບໍລິການ.
ຕໍ່ມາອີກບັນຫາໜຶ່ງທີ່ເປັນບັນຫາໃຫຍ່ ກໍແມ່ນ ການແພ່ລະບາດພະຍາດໂຄວິດ-19 ໃນສອງປີຜ່ານມາ ການຂົນສົ່ງສິນຄ້າແມ່ນພົບຄວາມຫຍຸ້ງຍາກ ແລະ ການນຳເຂົ້າວັດຖຸດິບຢູ່ດ່ານກໍພົບບັນຫາ; ຄ່າສິ້ນເປືອງຕ່າງໆເພີ່ມຂຶ້ນເຖິງ 30%.

ແນວໃດກໍຕາມ ຕະຫຼອດໄລະ 9 ປີຜ່ານມາ ໂຮງງານກະເບື້ອງ ກາສິງ ສາມາດເກັບກ່ຽວປະສົບການ ແລະ ມີຫຼາຍຜົນງານພົ້ນເດັ່ນ ເຖິງໄດ້ຮັບການຍ້ອງຍໍຈາກຫຼາຍພາກສ່ວນເຊັ່ນ:

  • ດ້ານການປະກອບສ່ວນຊ່ວຍສັງຄົມ ໄດ້ຮັບໃບກຽດຕິຄຸນ 200 ກວ່າໃບ,
  • ໃບຍ້ອງຍໍຈາກຂັ້ນທ້ອງຖິ່ນຈົນຮອດຂັ້ນລັດຖະບານ 30 ກວ່າໃບ.
  • ໄດ້ຮັບລາງວັນນັກທຸລະກິດໜຸ່ມດີເດັ່ນ ແຫ່ງ ສປປ ລາວ ປະຈຳປີ 2019
  • ໄດ້ຮັບລາງວັນທຸລະກິດອາຊຽນດີເດັ່ນ ແຫ່ງ ສປປ ລາວ ປະຈຳປີ 2020 Asean Business Awards Laos 2020 (ລາງວັນທຸລະກິດດີເດັ່ນ SME ທາງດ້ານການຂະຫຍາຍຕົວທາງທຸລະກິດ)
  • ຫຼ້າສຸດແມ່ນ ໄດ້ຮັບລາງວັນທຸລະກິດອາຊຽນດີເດັ່ນ ແຫ່ງ ສປປ ລາວ ປະຈຳປີ 2021 Asean Asean Business Awards Laos 2021 ( ລາງວັນປະເພດບູລິມະສິດດີເດັ່ນ ຂະແໜງການຄ້າຍົກ/ຄ້າຍ່ອຍ).

อาจเป็นรูปภาพของ ข้อความ

     ທ່ານ ຜູ້ອໍານວຍການໄດ້ໃຫ້ຮູ້ວ່າ: ປັດຈຸບັນນອກຈາກການດຳເນີນທຸລະກິດ ຜະລິດ ແລະ ຈຳໜ່າຍກະເບື້ອງແລ້ວ, ກໍກຳລັງດຳເນີນທຸລະກິດກ່ຽວກັບວຽກງານກະສິກຳເຊັ່ນ: ສວນຢາງພາລາ, ສວນ  ໝາກແໜ່ງ, ສວນໝາກໄມ້ກິນໝາກ ແລະ ຟາມເປັດໄຂ່. ສ່ວນແຮງຈູງໃຈທີ່ເຮັດສວນໝາກໄມ້ກິນໝາກແມ່ນມາຈາກເຫັນຜ່ານມາມີການນໍາເຂົ້າປະເພດໝາກໄມ້ຫຼາຍ ຂະນະທີ່ປະເທດເຮົາຍັງມີພື້ນທີ່ເພາະປູກ ແລະ ດິນກໍເໝາະສົມຫຼາຍ ດັ່ງນັ້ນ ແຜນການຂອງບໍລິສັດກໍຄືຈະເນັ້ນໃຫ້ມີໝາກໄມ້ທີ່ຜະລິດຢູ່ພາຍໃນສະໜອງໃຫ້ກັບຕະຫລາດພາຍໃນ.
ສໍາລັບການບໍລິຫານທຸລະກິດ ຂອງ ທ່ານ ຄໍາສິງ ຈັນທະວົງ ແມ່ນພາຍໃຕ້ ວິໄສທັດ “ທຸລະກິດບໍ່ແມ່ນຈະຫວັງແຕ່ຜົນກຳໄລຢ່າງດຽວ ຕ້ອງຫວັງໃຫ້ຄົນສ່ວນຫຼາຍໄດ້ຮັບຜົນປະໂຫຍດ ແລະ ເປັນການປະ ກອບສ່ວນສ້າງສາພັດທະນາປະເທດຊາດ ໃຫ້ຮຸ່ງເຮືອງສີວິດໄລ”