ທະຫານໃໝ່ 30 ສະຫາຍ ກອງພົນທີ 4 ກຽມພ້ອມຮັບໃຊ້ຊາດຢ່າງເຕັມໂຕ

254

ຮົ້ວຂອງຊາດຄືກຳລັງແຮງທີ່ສຳຄັນໃນການເຮັດໜ້າທີ່ຮັກສາຄວາມສະຫງົບສຸກຂອງບ້ານເມືອງ ບໍ່ວ່າຍາມສົງຄາມ ຫຼື ສັນຕິພາບວິຊາສະເພາະຕ້ອງພ້ອມຈະຮັບໃຊ້ເມື່ອປະເທດຊາດຕ້ອງການ ແຕ່ວ່າກ່ອນທີ່ຈະໄປເຖິງຂັ້ນນັ້ນ ບັນດານາຍ ແລະພົນທະຫານຕ້ອງຜ່ານຂັ້ນຕອນການຝຶກຍຸດທະວິທີຕ່າງໆຢ່າງເປັນລະບົບ.

ເຊິ່ງໃນຕົ້ນເດືອນ ກຸມພາ 2022 ຜ່ານມານີ້, ກອງພັນ 634 ທີ່ຂຶ້ນກັບກອງພົນທະຫານຮາບທີ 4 ໄດ້ຈັດຕັ້ງຮັບເອົາທະຫານໃໝ່ ປີ 2020-2021 ໂດການເປັນປະທານຂອງ ສະຫາຍ ພັນໂທ ບຸນມາ ສີທາວົງ ຮອງເລຂາຄະນະພັກຮາກຖານ ຫົວໜ້າການທະຫານກອງພັນ 634, ມີຄະນະພັກ-ຄະນະບັນຊາ, ພະນັກງານ-ນັກຮົບ ແລະ ທະຫານອາຊີບໃໝ່ເຂົ້າຮ່ວມ.

ສະຫາຍ ພັນໂທ ອົບມາ ອິນຊີຊຽງໃໝ່ ຮອງຫົວໜ້າການທະຫານກອງພັນ 634 ໃຫ້ຮູວ່າ: ອີງຕາມ ການແບ່ງປັນຂອງຫ້ອງເສນາທິການກອງພົນທະຫານຮາບທີ 4 ໃຫ້ກອງພັນ 634 ຫັດແອບທະຫານໃໝ່ປີ 2020-2021, ເພື່ອບັນຈຸເຂົ້າໝູ່, ໝວດ, ກອງຮ້ອຍ ໃຫ້ໄດ້ຕາມໂຄງຮ່າງບັນຈຸຂອງຂັ້ນເທີງກຳນົດໄວ້ ໃນຈຳນວນພົນທະຫານອາຊີບໃໝ່ທີ່ທາງຂັ້ນເທີງແບ່ງໃຫ້ ລວມມີ 30 ສະຫາຍ.

ສຳລັບການອົບຮົມ-ຫັດແອບ, ການເມືອງ, ການທະຫານ ແລະ ພາລາທິການ-ເຕັກເນັກ ໄລຍະ 90 ວັນ ແມ່ນອີງໃສ່ແຜນການຂອງພະແນກອົບຮົມ ຫ້ອງເສນາທິການກອງພົນທີ 4 ເພື່ອເຮັດໃຫ້ທະຫານໃໝ່ຮູ້ໄດ້ແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ, ບັນດາຂໍ້ກຳນົດກົດລະບຽບຂອງກອງທັບ ລວມໄປເຖີງພາກການທະຫານ, ສິລະປະຢຸດ-ຍຸດທະວີທີ, ການຫັດແອບຍິງລູກປືນແທ້ ບັນດາທ່າຈັງຫວະທັງພາກທິດສະດີ ແລະ ພາກປະຕິບັດຕົວຈິງ ໃຫ້ໄດ້ທັງປະລິມານ ແລະ ຄຸນນະພາບ ເພື່ອເຮັດໃຫ້ທະຫານໃໝ່ກຳໄດ້ບັນດາເນື້ອໃນທິດສະດີ ແລະ ພາກປະຕິບັດຕົວຈິງ ເພື່ອນຳໄປໝູນໃຊ້ເຂົ້າໃນວຽກງານລວມຂອງກົມກອງໃຫ້ມີປະສິດທິພາບສູງ.