ມູດີ ເຕືອນ ເຟດຂຶ້ນດອກເບ້ຍ ກະທົບຕະຫຼາດເກີດໃໝ່ທີ່ໃຊ້ໂດລາສະຫະລັດເຮັດທຸລະກຳ

48

ມູດີ ອິນເວສເຕີ ເຊີວິດ ເຕືອນວ່າ ຖ້າຫາກວ່າທະນາຄານກາງສະຫະລັດ (ເຟດ) ປັບຂຶ້ນອັດຕາດອກເບ້ຍ ຈະສົ່ງຜົນກະທົບຕໍ່ຕະຫຼາດເກີດໃໝ່ທີ່ໃຊ້ໂດລາສະຫະລັດເຮັດທຸລະກຳໃນລະດັບສູງ ແລະ ເຮັດໃຫ້ທະນາຄານໃນປະເທດເຫຼົ່ານີ້ ມີຄວາມສ່ຽງຈະປະເຊີນກັບຜົນກະທົບຈາກການອ່ອນຄ່າຂອງສະກຸນເງິນໃນປະເທດ.

ມູດີ ເປີດເຜີຍວ່າ: ທະນາຄານທຸລະກິດໃນພູມີພາກອາເມຣິກາລາຕິນ ແລະ ກຸ່ມຕະຫຼາດເກີດໃໝ່ ໃນເອີຣົບ ຖືວ່າ ເປັນທະນາຄານທີ່ໃຊ້ສະກຸນເງິນໂດລາສະຫະລັດ ເພື່ອເຮັດທຸລະກໍາທາງການເງິນຫຼາຍທີ່ສຸດ ເມື່ອທຽບກັບປະເທດກຳລັງພັດທະນາອື່ນໆທົ່ວໂລກ ເຊິ່ງຈະເຮັດໃຫ້ທະນາຄານເຫຼົ່ານີ້ໄດ້ຮັບຜົນກະທົບຈາກການອ່ອນຄ່າຂອງສະກຸນເງິນທ້ອງຖິ່ນ, ໃນຂະນະດຽວກັນຜູ້ຝາກເງິນກໍຈະພ້ອມກັນໄປຖອນເງິນອອກຈາກທະນາຄານ ຫາກເຟດປັບຂຶ້ນອັດຕາດອກເບ້ຍ.

ລາຍງານລະບຸວ່າ: ຫາກເຟດປັບຂຶ້ນອັດຕາດອກເບ້ຍ ຈະເຮັດໃຫ້ເງິນທຶນໄຫຼເຂົ້າສູ່ຕະຫຼາດເກີດໃໝ່ໜ້ອຍລົງ ເຮັດໃຫ້ສະກຸນເງິນ ແລະ ອັດຕາການຂະຫຍາຍຕົວດ້ານເສດຖະກິດອ່ອນແອລົງ ແລະ ຍັງເຮັດໃຫ້ຄວາມໜ້າເຊື່ອຖືຂອງທະນາຄານທຸລະກິດທີ່ໃຊ້ສະກຸນເງິນໂດລາເຮັດທຸລະກຳໃນລະດັບສູງ ຫຼຸດລົງ.

ທັງນີ້ ນັກລົງທຶນຄາດການວ່າ ເຟດ ຈະປັບຂຶ້ນອັດຕາດອກເບ້ຍ 0,50% ໃນກອງປະຊຸມຄະນະກຳມະການກຳນົດນະໂຍບາຍການເງິນຂອງ ເຟດ ໃນເດືອນມີນາຈະເຖິງນີ້ ເພື່ອຄວບຄຸມອັດຕາເງິນເຟີ້ໃນສະຫະລັດທີ່ເພີ່ມຂຶ້ນຢ່າງຕໍ່ເນື່ອງ, ຂະນະທີ່ນັກວິເຄາະຄາດການວ່າ ດັດສະນີລາຄາຜູ້ບໍລິໂພກ (CPI) ເຊິ່ງເປັນຕົວຊີ້ວັດເງິນເຟີ້ຈາກການໃຊ້ຈ່າຍຂອງຜູ້ບໍລິໂພກປະຈຳເດືອນມີນາຈະເຖິງນີ້ ຈະເພີ່ມຂຶ້ນ 7,2% ເມື່ອທຽບປີຕໍ່ປີ ເຊິ່ງເພີ່ມຂຶ້ນສູງສຸດໃນຮອບ 40 ປີ. ດັ່ງນັ້ນ ເຟດຈຶ່ງປັບຂຶ້ນດອກເບ້ຍໄວກວ່າກຳນົດ ເພື່ອຄວບຄຸມອັດຕາເງິນເຟີ້.