ຣັດເຊຍ ຈະສະໜອງນ້ຳມັນ ແລະ ແກັສທຳມະຊາດ ໃຫ້ ຈີນ ມູນຄ່າກວ່າ 117 ຕື້ໂດລາ

92

ສຳນັກຂ່າວ VOVWORLD ລາຍງານວ່າ ທ່ານ ວາລາດີເມຍ ປູຕິນ (Vladimir Putin) ປະທານາ ທິບໍດີຂອງຣັດເຊຍໄດ້ປະກາດວ່າ ຣັດເຊຍ ໄດ້ເຊັນສັນຍາສະບັບໃໝ່ກັບ ສປ ຈີນ ເພື່ອສະໜອງ ນ້ຳມັນ ແລະ ແກັສທຳມະຊາດໃຫ້ແກ່ ຈີນ ມີມູນຄ່າ 117,5 ຕື້ໂດລາ ສະຫະລັດ.

ໂດຍກຸ່ມບໍລິສັດແກັສ Gazprom ຂອງຣັດເຊຍ ໄດ້ຕົກລົງ ສະໜອງແກັສ 10 ຕື້ແມັດກ້ອນຕໍ່ປີ ຈາກເຂດຕາເວັນອອກໄກ ຂອງຣັດເຊຍ ໃຫ້ບໍລິສັດພະລັງງານແຫ່ງລັດ CNPC ຂອງ ຈີນ.

ຂໍ້ຕົກລົງ ສະບັບນີ້ ມີກຳນົດ ເວລາ 25 ປີ, ມູນຄ່າປະມານ 37,5 ຕື້ ໂດລາສະຫະລັດ. ນອກຈາກນັ້ນ, ກຸ່ມບໍລິສັດ ນ້ຳມັນ Rosneft ຂອງຣັດເຊຍ ໄດ້ເຊັນຂໍ້ຕົກລົງກັບ ບໍລິສັດ CNPC ເພື່ອສະໜອງນໍ້າມັນ 100 ລ້ານ ໂຕນ ໂດຍສົ່ງຜ່ານ ຄາຊັກສະຖານ ເປັນເວລາ 10 ປີ ຈະມາເຖິງ. ສັນຍາສະບັບນີ້ ມີມູນຄ່າ 80 ຕື້ໂດລາສະຫະລັດ. ປັດຈຸບັນ ຣັດເຊຍ ກຳລັງສະໜອງແກັສໃຫ້ແກ່ ຈີນ ຜ່ານລະບົບທໍ່ສົ່ງ Sila Siberi, ເຊິ່ງໄດ້ເຄື່ອນໄຫວມາແຕ່ປີ 2019. ໃນປີ 2021 ຣັດເຊຍ ໄດ້ສົ່ງອອກແກັສໄປ ຈີນ ປະມານ 16,5 ຕື້ ແມັດກ້ອນ.