ອິນໂດເນເຊຍ ເປີດເກາະບາຫຼີ ຕ້ອນຮັບ ນັກທ່ອງທ່ຽວເຕັມຮູບແບບ

72

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 7 ກຸມພາ 2022 ວ່າ ເກາະບາຫຼີໄດ້ເປີດຕ້ອນຮັບນັກທ່ອງທ່ຽວຢ່າງເຕັມຮູບແບບ ຈາກທຸກປະເທດໃນໂລກ ເລີ່ມແຕ່ວັນທີ 4 ກຸມພາເປັນຕົ້ນມາ ໂດຍຖ້ຽວບິນທຳອິດຂອງສາຍການບິນ ກາຣູດາອິນໂດເນເຊຍ ໄດ້ນຳນັກທ່ອງທ່ຽວຈາກຍີ່ປຸ່ນສູ່ເກາະບາຫຼີ.

ສຳລັບຜູ້ທີ່ເດີນທາງໄປຍັງເກາະບາຫຼີຕ້ອງສັກວັກຊີນປ້ອງກັນໂຄວິດ-19 ຄົບ 2 ເຂັມ ແລະ ຍອມຮັບເງື່ອນໄຂກັກຕົວ 5-7 ວັນ ແລະ ຕ້ອງຮັບຜິດຊອບຄ່າໃຊ້ຈ່າຍທັງໝົດຕະຫຼອດໄລຍະການກັກຕົວ.

ທັງນີ້ ລັດຖະບານອິນໂດເນເຊຍ ໄດ້ເປີດເກາະບາຫຼີຕ້ອນຮັບນັກທ່ອງທ່ຽວເປັນກຸ່ມ ຈາກບາງປະເທດ ເຊັ່ນ: ຈີນ, ຍີ່ປຸ່ນ, ສ ເກົາຫຼີ, ອາຣັບເອມີເຣດ ແລະ ນິວຊີແລນ ເມື່ອເດືອນຕຸລາປີຜ່ານມາ ແຕ່ບັນຍາກາດໃນພາບລວມຍັງບໍ່ຄຶກຄັກເທົ່າທີ່ຄວນ. ດ້ວຍເຫດນີ້ ລັດຖະບານອິນໂດເນເຊຍ ຈຶ່ງຄາດຫວັງວ່າ ການຂະຫຍາຍເປີດຕ້ອນຮັບນັກທ່ອງທ່ຽວຈາກທົ່ວທຸກມູມໂລກ ຈະສາມາດກອບກູ້ອຸດສາຫະກຳການທ່ອງທ່ຽວຂອງອິນໂດເນເຊຍ ກັບຄືນມາໄດ້.

ທັງນີ້ ລາຍໄດ້ຈາກຂະແໜງອຸດສາຫະກຳການທ່ອງທ່ຽວ ໄດ້ປະກອບສ່ວນສຳຄັນເຂົ້າໃນລະບົບເສດຖະກິດຂອງອິນໂດເນເຊຍ ເຊິ່ງໃນແຕ່ລະປີ ມີນັກທ່ອງທ່ຽວຕ່າງປະເທດ ເຂົ້າມາທ່ອງທ່ຽວໃນອິນໂດເນເຊຍ ໂດຍສະເພາະເກາະບາຫຼີຈຳນວນຫຼາຍລ້ານຄົນ ເຊິ່ງໃນປີ 2019 ມີນັກທ່ອງທ່ຽວຕ່າງປະເທດເດີນທາງມາທ່ອງທ່ຽວເກາະບາຫຼີ 6,2 ລ້ານເທື່ອຄົນ ແຕ່ເມື່ອເກີດການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ເຮັດໃຫ້ຈຳນວນນັກທ່ອງທ່ຽວຫຼຸດລົງເປັນຈຳນວນຫຼວງຫຼາຍ ໂດຍໃນປີ 2021 ມີນັກທ່ອງທ່ຽວຕ່າງປະເທດມາທ່ຽວເກາະບາຫຼີ 1,6 ລ້ານຄົນເທົ່ານັ້ນ.