ໄບເດັນ ຊີ້ ເສດຖະກິດສະຫະລັດ ກັບມາເຂັ້ມແຂງທີ່ສຸດໃນຮອບ 40 ປີ

47

ສຳນັກຂ່າວເອພີລາຍງານວ່າ ປະທານາທິບໍດີໂຈ ໄບເດັນ ຂອງສະຫະລັດອາເມຣິກາອອກມາເປີດເຜີຍວ່າ ເສດຖະກິດສະຫະລັດອາເມຣິກາຟື້ນຕົວຢ່າງເຂັ້ມແຂງ ສາມາດຜ່ານຜ່າວິກິດສາຍພັນໂອມີຄຣອນໄປໄດ້ແລ້ວ ໂດຍສັນຍານທີ່ຊັດເຈນກໍຄື ການຈ້າງງານເພີ່ມຂຶ້ນ 467.000 ຕຳແໜ່ງໃນເດືອນມັງກອນຜ່ານມາ ເຊິ່ງຕົວເລກການຈ້າງງານດັ່ງກ່າວ ເປັນການເພີ່ມຂຶ້ນຢ່າງຕໍ່ເນື່ອງນັບແຕ່ທ້າຍປີທີ່ຜ່ານມາ ເຊິ່ງເປັນການຕອກຢ້ຳວ່າ ປັດໄຈພະຍາດລະບາດໄດ້ໝົດລິດລົງແລ້ວ.

ຜູ້ນຳສະຫະລັດກ່າວອີກວ່າ ເຖິງວ່າ ສະຫະລັດກຳລັງປະເຊີນກັບອັດຕາເງິນເຟີ້ທີ່ເພີ່ມຂຶ້ນ ແຕ່ກໍເຫັນວ່າ ອາເມຣິກາກຳລັງເຂົ້າສູ່ໄລຍະໃໝ່ຂອງການຟື້ນຟູເສດຖະກິດທີ່ໄດ້ຮັບຜົນກະທົບຈາກໂຄວິດ-19, ພ້ອມທັງກ່າວຢ້ຳເຖິງຜົນງານຂອງຕົນເອງໃນການບໍລິຫານປະເທດມາ 1 ປີ ແຕ່ມີຜົນງານພົ້ນເດັ່ນຫຼາຍດ້ານ ບໍ່ວ່າຈະເປັນອັດຕາການວ່າງງານທີ່ຫຼຸດລົງເຫຼືອພຽງ 4%, ໃນຂະນະທີ່ອັດຕາການຈ້າງງານເພີ່ມຂຶ້ນ 6,6 ລ້ານຕຳແໜ່ງ ເຊິ່ງເປັນຜົນພວງມາຈາກການຈັດສັນງົບປະມານມູນຄ່າ 1,9 ລ້ານລ້ານໂດລາ ເຊິ່ງເປັນແນວ ຄວາມຄິດທີ່ຊານສະຫຼາດ ເຮັດໃຫ້ຕົວເລກວ່າງງານຫຼຸດລົງຢ່າງຫຼວງຫຼາຍ, ເສດຖະກິດກັບມາເຂັ້ມແຂງຢ່າງທີ່ບໍ່ເຄີຍເຫັນມາກ່ອນໃນຮອບ 40 ປີ, ຜູ້ນຳສະຫະລັດກ່າວ.