ຍີ່ປຸ່ນ ຕ້ອງການແຮງງານຕ່າງປະເທດເພີ່ມຂຶ້ນ 4 ເທົ່າ

140

ສຳນັກຂ່າວຣອຍເຕີລາຍງານວ່າ ອົງການຮ່ວມມືສາກົນແຫ່ງຍີ່ປຸ່ນ (JICA) ຮ່ວມກັບກະຊວງການຕ່າງປະເທດຍີ່ປຸ່ນ ອອກບົດລາຍງານວ່າ ຍີ່ປຸ່ນຕ້ອງການແຮງງານທີ່ເປັນຊາວຕ່າງຊາດເພີ່ມຂຶ້ນ 4 ເທົ່າ ຫຼື ປະມານ 6,74 ລ້ານຄົນພາຍໃນປີ 2040 ເພື່ອຮັກສາອັດຕາການເຕີບໂຕດ້ານເສດຖະກິດໃຫ້ຢູ່ໃນລະດັບ 1,24% ຕໍ່ປີ ທີ່ລັດຖະບານຍີ່ປຸ່ນຕັ້ງເປົ້າໄວ້.

ຕົວເລກດັ່ງກ່າວເພີ່ມຂຶ້ນເກືອບ 400% ເມື່ອທຽບກັບຈຳນວນແຮງງານທີ່ເປັນຊາວຕ່າງຊາດທີ່ເຮັດວຽກຢູ່ໃນປັດຈຸບັນປະມານ 1,72 ລ້ານຄົນ ກວມເອົາ 2,5% ຂອງແຮງງານທັງໝົດໃນຍີ່ປຸ່ນ.

ທ່ານ ຊິນອີຈິ ຄີຕາໂອກະ ປະທານ ອົງການ JICA ກ່າວໃນງານສຳມະນາດ້ານການວິໄຈວ່າ: ພວກເຮົາຕ້ອງປຶກສາຫາລື ກ່ຽວກັບການຮັບແຮງງານຕ່າງປະເທດຢ່າງຮີບດ່ວນ, ຂະນະທີ່ການແຂ່ງຂັນດ້ານແຮງງານກັບບັນດາປະເທດ ໂດຍສະເພາະແມ່ນຈີນ ຈະເພີ່ມສູງຂຶ້ນໃນອະນາຄົດ, ພວກເຮົາຈຳເປັນຕ້ອງວາງແຜນ ແລະ ເຮັດແນວໃດກໍໄດ້ ເພື່ອເຮັດໃຫ້ຍີ່ປຸ່ນ ກາຍເປັນທາງເລືອກທຳອິດຂອງແຮງງານຕ່າງປະເທດ.

ຍີ່ປຸ່ນຈຳເປັນຕ້ອງເພິ່ງພາແຮງງານຕ່າງປະເທດເພີ່ມຂຶ້ນ ເນື່ອງຈາກປະຊາກອນຂອງປະເທດຫຼຸດລົງນັບມື້, ຂະນະທີ່ ຄວາມສາມາດໃນການດຶງດູດແຮງງານຕ່າງປະເທດທີ່ມີທັກສະສູງ ຍັງມີການຕັ້ງຄຳຖາມ ຫຼື ມີຂໍ້ສົງໄສ ເນື່ອງຈາກມາດຕະການຄຸມເຂັ້ມດ່ານທີ່ເຂັ້ມງວດ ເຊິ່ງເຮັດໃຫ້ແຮງງານ ແລະ ນັກສຶກສາບໍ່ສາມາດເຂົ້າປະເທດໄດ້, ທັງນີ້ ຜົນການສຶກສາລະບຸວ່າ ຍີ່ປຸ່ນຈະສູນເສຍແຮງງານພາຍໃນປະເທດຫຼາຍກວ່າ 10% ໃນອີກ 20 ປີຂ້າງໜ້າ.