ນາຊາ ຈະເລີກນຳໃຊ້ສະຖານີອາວະກາດນາໆຊາດໃນປີ 2030

60

ສຳນັກຂ່າວ CNN ລາຍງານວ່າ ອົງການບໍລິຫານການບິນ ແລະ ອາວະກາດ (ນາຊາ) ຂອງສະຫະລັດອາເມຣິກາ ມີແຜນຈະປົດປະຈຳການຂອງສະຖານີອາວະກາດນາໆຊາດ (ISS) ໃນປີ 2030 ແລະ ຈະປ່ອຍໃຫ້ຕົກລົງສູ່ມະຫາສະມຸດປາຊີຟິກໃນປີ 2031 ຫຼື ອີກ 9 ປີຂ້າງໜ້າ.

ທ່ານ ຟີລ ແມັກອາລິສເຕີ ຜູ້ອຳນວຍການອາວະກາດດ້ານການຄ້າຂອງ ນາຊາ ເປີດເຜີຍວ່າ: ນາຊາຈະປົດປະຈຳການສະຖານີອາວະກາດນາໆຊາດ ແລະ ຈະເປີດໂອກາດໃຫ້ພາກເອກະຊົນເຂົ້າມາພັດທະນາ ແລະ ບໍລິຫານຈັດການສະຖານີອາວະກາດໃນຮູບແບບການຄ້າ ຫຼື ແບບທຸລະກິດແທນ ໂດຍນາຊາ ຈະເຮັດໜ້າທີ່ຊ່ວຍເຫຼືອ ແລະ ໃຫ້ຄຳປຶກສາ ເຊິ່ງຈະປົດປະຈຳການສະຖານີອາວະກາດນາໆຊາດໃນປີ 2030 ແລະ ວາງແຜນປ່ອຍສະຖານີອາວະກາດກັບສູ່ພື້ນໂລກໃນບໍລິເວນ “ພອຍຕ໌ເນໂມ” ພື້ນທີ່ທີ່ຢູ່ຫ່າງໄກຈາກແຜ່ນດິນຫຼາຍທີ່ສຸດໃນບໍລິເວນມະຫາສະມຸດປາຊີຟິກ ແລະ ຈະເປັນຄືກັນກັບສຸສານຂອງວັດຖຸອາວະກາດທີ່ຕົກສູ່ພື້ນໂລກຈຳນວນຫຼາຍ ໂດຍພອຍຕ໌ເນໂມ ຢູ່ຫ່າງຈາກແຄມຝັ່ງຂອງນິວຊີແລນໄປທາງທິດຕາເວັນອອກປະມານ 4.828 ກິໂລແມັດ ແລະ ຫ່າງຈາກແອນຕາຣ໌ກຕິກາໄປທາງທິດເໜືອປະມານ 3.200 ກິໂລແມັດ, ປັດຈຸບັນປະເທດທີ່ມີຄວາມກ້າວໜ້າດ້ານອາວະກາດ ເຊັ່ນ: ສະຫະລັດ, ຣັດເຊຍ, ຍີ່ປຸ່ນ ແລະ ຫຼາຍປະເທດໃນເອີຣົບ ໄດ້ປ່ອຍວັດຖຸອາວະກາດໃຫ້ຕົກລົງສູ່ບໍລິເວນ ພອຍຕ໌ເນໂມ ມາແລ້ວຫຼາຍກວ່າ 263 ຊິ້ນ ນັບແຕ່ປີ 1971 ເປັນຕົ້ນມາ.

ສຳລັບສະຖານີອາວະກາດນາໆຊາດ ຖືກສົ່ງຂຶ້ນສູ່ວົງໂຄຈອນໃນປີ 2000 ແລະ ໂຄຈອນຢູ່ເໜືອພື້ນໂລກ 365 ກິໂລແມັດ ໂດຍມີນັກບິນອາວະກາດຫຼາຍກວ່າ 200 ຄົນ ຈາກ 19 ປະເທດທີ່ຖືກສົ່ງຂຶ້ນໄປປະຈຳການເພື່ອສຳຫຼວດ ແລະ ທົດລອງດ້ານຕ່າງໆມາໂດຍຕະຫຼອດ.