ມາກ ຊັກເກີເບີກ ຫຼຸດ 10 ອັນດັບເສດຖີຂອງໂລກ ຫຼັງຫຸ້ນເມຕາ ຫຼຸດລົງ

55

ເວັບໄຊຂອງວາລະສານຟອບລາຍງານວ່າ ມາກ ຊັກເກີເບີກ ຜູ້ບໍລິຫານບໍລິສັດເມຕາ ບໍລິສັດແມ່ຂອງເຟສບຸກ ສື່ສັງຄົມອອນລາຍຍອດນິຍົມຂອງໂລກ ມີຊັບສິນຫຼຸດລົງ 29 ຕື້ໂດລາ ໃນວັນທີ 4 ກຸມພາ 2022 ຕາມເວລາທ້ອງຖິ່ນ ເນື່ອງຈາກຫຸ້ນຂອງບໍລິສັດເມຕາຫຼຸດລົງຢ່າງຫຼວງຫຼາຍ.

ຟອບລາຍງານວ່າ: ຫຸ້ນຂອງບໍລິສັດເມຕາຫຼຸດລົງ 26% ເຮັດໃຫ້ມູນຄ່າທາງການຕະຫຼາດຂອງບໍລິສັດຫຼຸດລົງກວ່າ 200.000 ລ້ານໂດລາສະຫະລັດ ເຊິ່ງເປັນສະຖິຕິສູງສຸດເປັນປະຫວັດການໃນສະຫະລັດ ອີກທັງຍັງເຮັດໃຫ້ ມາກ ຊັກເກີເບີກ ມີຊັບສິນສຸດທິເຫຼືອ 85 ຕື້ໂດລາສະຫະລັດ ໂດຍທີ່ລາວເປັນຜູ້ຖືຮຸ້ນບໍລິສັດເມຕາ 12,8% ຈາກສະຖານະການດັ່ງກ່າວເຮັດໃຫ້ ມາກ ຊັກເກີເບີກ ຫຼຸດໄປຢູ່ອັນດັບ 12 ຂອງການຈັດອັນດັບມະຫາເສດຖີໂລກຂອງວາລະສານຟອບ.

ທັງນີ້ ສິນຊັບສຸດທິຫຼຸດລົງພາຍໃນວັນດຽວຂອງ ມາກ ຊັກເກີເບີກ ເປັນສະຖິຕິອີກຄັ້ງ ຫຼັງ ອີລອນ ມາສ ຜູ້ບໍລິຫານບໍລິສັດເທສລາ ຜູ້ຜະລິດລົດໄຟຟ້າລາຍໃຫຍ່ຂອງສະຫະລັດ ແລະ ມະຫາເສດຖີອັນດັບ 1 ຂອງໂລກ ມີຊັບສິນຫຼຸດລົງ 35 ຕື້ໂດລາພາຍໃນວັນດຽວ ເມື່ອເດືອນພະຈິກປີຜ່ານມາ.

ທັງນີ້ ໃນວັນທີ 3 ກຸມພາຜ່ານມາ ບໍລິສັດເມຕາ ເປີດເຜີຍວ່າ: ຍອດຜູ້ໃຊ້ງານລາຍວັນຂອງເຟສບຸກຫຼຸດລົງຈາກໄຕມາດກ່ອນ ເຊິ່ງຖືວ່າ ເປັນຄັ້ງທຳອິດທີ່ເກີດຂຶ້ນ ໂດຍເຫຼືອຈຳນວນຜູ້ໃຊ້ງານ 1.929 ລ້ານຄົນທົ່ວໂລກ ຈາກເດີມ 1.930 ຄົນ.
ບໍລິສັດເມຕາ ອ້າງເຫດຜົນວ່າ ໄດ້ຮັບຜົນກະທົບຢ່າງໜັກໜ່ວງຈາກການປ່ຽນແປງນະໂຍບາຍຄວາມເປັນສ່ວນຕົວຂອງບໍລິສັດແອັບເປີ້ລ ໃນລະບົບປະຕິບັດການ ເຊິ່ງເຮັດໃຫ້ ແບຣນສິນຄ້າຕ່າງໆ ກຳນົດເປົ້າໝາຍ ແລະ ວັດຜົນໂຄສະນາໃນເຟສບຸກ ແລະ ອິນສະຕາແກຣມຍາກຂຶ້ນ, ນອກຈາກນີ້ ຍັງປະເຊີນກັບແຮງກົດດັນຈາກແພລັດຟອມຂອງຄູ່ແຂ່ງຢ່າງຕິກຕ໊ອກ ແລະ ຢູທູບ ເຊິ່ງຄາດວ່າ ການເຕີບໂຕຂອງລາຍຮັບຈະສະລໍຕົວລົງໃນໄຕມາດຈະເຖິງນີ້.