ອາລິຊ ເຮືອບິນໄຟຟ້າ ກຽມພ້ອມຂຶ້ນບິນໃນໄວໆນີ້

81

ສຳນັກຂ່າວ CNN ລາຍງານວ່າ ບໍລິສັດ Eviation ຂອງອິດສະຣາແອນ ຜູ້ພັດທະນາເຮືອບິນໂດຍສານອາລິຊ ໄດ້ເລີ່ມບິນທົດລອງເຄື່ອງຈັກແລ້ວເມື່ອບໍ່ດົນມານີ້ ທີ່ສະໜາມບິນອາລິງຕັນ ໃນນະຄອນຫຼວງວໍຊິງຕັນ ສະຫະລັດອາເມຣິກາ ໂດຍຜູ້ບໍລິຫານບໍລິສັດ Eviation ເປີດເຜີຍວ່າ ເຮືອບິນ ອາລິຊ ພ້ອມຈະບິນຖ້ຽວທຳອິດໃນໄວໆນີ້.

ສຳລັບເຮືອບິນໂດຍສານອາລິຊ ມີ 9 ບ່ອນນັ່ງ ເຊິ່ງຂັບເຄື່ອນດ້ວຍແບັດເຕີຣີເຊັ່ນດຽວກັບລົດໄຟຟ້າໂດຍສາກຄັ້ງລະປະມານ 30 ນາທີ ສາມາດບິນໄດ້ປະມານ 1 ຊົ່ວໂມງ ແລະ ສາມາດບິນດ້ວຍ ຄວາມໄວສູງສຸດ 463 ກິໂລແມັດຕໍ່ຊົ່ວໂມງ, ຂະນະທີ່ເຮືອບິນໂບອິ້ງ 737 ສາມາດບິນດ້ວຍຄວາມໄວສູງສຸດ 946 ກິໂລແມັດຕໍ່ຊົ່ວໂມງ. ບໍລິສັດ Eviation ຄາດການວ່າ ການເດີນທາງດ້ວຍເຮືອບິນໄຟຟ້າສຳລັບຜູ້ໂດຍສານ 20-40 ບ່ອນນັ່ງ ອາດຈະເປັນໄປໄດ້ໃນອີກ 7-10 ປີ.