ລັດຖະບານຍີ່ປຸ່ນ 8 ລ້ານກວ່າໂດລາສ້າງລະບົບການແຈ້ງເຕືອນໄພນໍ້າຖ້ວມລ່ວງໜ້າ

83

ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອລ້າເປັນເງິນ 8,78 ລ້ານໂດລາ ເພື່ອສ້າງລະບົບການແຈ້ງເຕືອນໄພນໍ້າຖ້ວມລ່ວງໜ້າ ຢູ່ ສປປ ລາວ ພິທີລົງນາມເອກະສານແລກປ່ຽນ ເພື່ອຮັບເອົາການຊ່ວຍເຫລືອມີຂຶ້ນໃນ ວັນທີ 2 ກຸມພາ 2022 ຢູ່ກະຊວງການຕ່າງປະເທດ ຕາງໜ້າລັດຖະບານ ສປປ ລາວ ເຊັນໂດຍ ທ່ານ ໂພໄຊ ໄຂຄໍາພິທູນ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ຕາງໜ້າລັດຖະບານຍີ່ປຸ່ນ ແມ່ນທ່ານ ໂຄບາຢາຊິ ເຄນອິຈິ (Mr. KOBAYASHI Kenichi), ເອກອັກຄະຣາຊະທູດຍີ່ປຸ່ນ ປະຈໍາ ສປປ ລາວ, ມີບັນດາພະນັກງານຈາກຂະແໜງການກ່ຽວຂ້ອງ ທັງສອງຝ່າຍ ເຂົ້າຮ່ວມເປັນສັກຂີພິຍານ.

ການຊ່ວຍເຫຼືອດັ່ງກ່າວ, ແມ່ນການຊ່ວຍເຫຼືອເພື່ອສ້າງລະບົບການແຈ້ງເຕືອນໄພນໍ້າຖ້ວມລ່ວງໜ້າ ໃນ 6 ແຂວງເປົ້າໝາຍ ຂອງ ສປປ ລາວ ຄື: ແຂວງຈໍາປາສັກ, ສາລະວັນ, ສະຫວັນນະເຂດ, ເຊກອງ, ອັດຕະປື ແລະ ແຂວງຄໍາມ່ວນ ລວມມູນຄ່າ 1 ຕື້ເຢນ ຫຼື ປະມານ 8,78 ລ້ານໂດລາສະຫະລັດ, ເຊິ່ງຈະປະກອບສ່ວນອັນສໍາຄັນໃນການສະໜອງຂໍ້ມູນການພະຍາກອນອາກາດທີ່ຊັດເຈນ ແລະ ການແຈ້ງເຕືອນເພື່ອກະກຽມຮັບມືຢ່າງທັນການ ໃນ 6 ແຂວງເປົ້າໝາຍດັ່ງກ່າວ, ລວມທັງຈະເປັນການຊ່ວຍຫຼຸດຜ່ອນຜົນກະທົບ ແລະ ຜົນເສຍຫາຍໃຫ້ເບົາບາງລົງ.

ເນື່ອງຈາກວ່າໃນເດືອນສິງຫາ ແລະ ເດືອນກັນຍາ 2019 ຜ່ານມາ, ຂົງເຂດພາກໃຕ້ ຂອງ ສປປ ລາວ ໄດ້ຮັບຜົນກະທົບຈາກພາຍຸໄຕ້ຝຸ່ນລະດູຮ້ອນ ອັນໄດ້ພາໃຫ້ເກີດມີຝົນຕົກໜັກ ແລະ ນໍ້າຖ້ວມ, ເຊິ່ງສົ່ງຜົນກະທົບຕໍ່ເສດຖະກິດ ແລະ ໂຄງລ່າງພື້ນຖານຢູ່ຂົງເຂດດັ່ງກ່າວຢ່າງໜັກໜ່ວງ ເປັນຕົ້ນແມ່ນ ຂົວ 97 ແຫ່ງ, ໂຮງຮຽນ 747 ແຫ່ງ, ໂຮງໝໍ ແລະ ສຸກສາລາ 43 ແຫ່ງ, ຖະໜົນຫົນທາງ 462 ແຫ່ງ ຖືກເປ່ເພເສຍຫາຍ, ສັດລ້ຽງ ຫຼາຍກວ່າ 275.000 ໂຕ ໄດ້ຮັບຜົນກະທົບ, ລວມມູນຄ່າຄວາມເສຍຫາຍຫຼາຍກວ່າ 164 ລ້ານໂດລາສະຫະລັດ.

ສະເພາະໃນຂົງເຂດ 6 ແຂວງເປົ້າໝາຍດັ່ງກ່າວ ກໍໄດ້ຮັບຜົນກະທົບຢ່າງໜັກໜ່ວງເຊັ່ນດຽວກັນ, ພົນລະເມືອງລາວ ປະມານ 153.800 ຄອບຄົວ ຫລື ປະມານ 765.000 ຄົນ ໄດ້ຮັບຜົນກະທົບ, ມີຜູ້ເສຍຊີວີິດ 19 ຄົນ, ເຮືອນຊານ ບ້ານຊ່ອງ ປະມານ 760 ຫຼັງຄາເຮືອນ ຖືກເປ່ເພເສຍຫາຍ.
Source: ຂປລ