UAE ກຽມເກັບພາສີນິຕິບຸກຄົນເລີ່ມປີ 2023

69

ສຳນັກຂ່າວ CNBC ລາຍງານວ່າ ກະຊວງການເງິນຂອງອາຣັບເອມີເຣດ (UAE) ປະກາດວ່າ ລັດຖະບານມີແຜນຈະເກັບພາສີນິຕິບຸກຄົນຈາກພາກທຸລະກິດ ໂດຍຄຳນວນຈາກກຳໄລຂອງພາກທຸລະກິດເປັນຫຼັກ ເຊິ່ງຈະເລີ່ມເກັບຕັ້ງແຕ່ວັນທີ 1 ມິຖຸນາ 2023 ເປັນຕົ້ນໄປ.

ລາຍງານລະບຸວ່າ ການເກັບພາສີນິຕິບຸກຄົນ ຈະບໍ່ເກັບສູງເກີນໄປ ເພື່ອໃຫ້ປະເທດຍັງສືບຕໍ່ເປັນແຫຼ່ງດຶງດູດນັກທຸລະກິດ ແລະ ນັກລົງທຶນຈາກຕ່າງປະເທດໄດ້ ໂດຍຄາດວ່າ ຈະເກັບພາສີນິຕິບຸກຄົນໃນອັດຕາ 9% ໂດຍຄວບຄຸມເຖິງທຸລະກິດອົງກອນ ແລະ ກິດຈະກຳທາງການຄ້າທັງໝົດໃນປະເທດ.

ແນວໃດກໍຕາມ ຈະຄິດໄລ່ເກັບພາສີ 0% ຫຼື ບໍ່ຈຳເປັນຕ້ອງເສຍພາສີ ຫາກທຸລະກິດ ຫຼື ບໍລິສັດໃດທີ່ມີກຳໄລບໍ່ເກີນ 102.107 ໂດລາສະຫະລັດ ເພື່ອເປັນການສະໜັບສະໜູນທຸລະກິດ SME ເຊິ່ງອັດຕາການເກັບພາສີດັ່ງກ່າວ ຖືວ່າຢູ່ໃນລະດັບຕ່ຳ ຫາກທຽບໃສ່ປະເທດທີ່ເປັນສູນກາງການລົງທຶນແຫ່ງອື່ນໆໃນໂລກ.

ກະຊວງການເງິນ UAE ຍັງລະບຸອີກວ່າ: ລາຍໄດ້ສ່ວນບຸກຄົນທີ່ໄດ້ຈາກການເຮັດວຽກ, ອະສັງຫາລິມະຊັບ, ການລົງທຶນໃນກາສານໜີ້ ຫຼື ລາຍໄດ້ສ່ວນບຸກຄົນອື່ນໆທີ່ບໍ່ກ່ຽວຂ້ອງກັບການປະກອບທຸລະກິດ ຈະບໍ່ເກັບພາສີແຕ່ຢ່າງໃດ.