ຫວຽດນາມ ຈະເລີ່ມເປີດປະເທດຫຼາຍຂຶ້ນ

82

ເວັບໄຊ Vietnam Express International ລາຍງານວ່າ: ຫວຽດນາມ ຈະເປີດປະເທດ ຫຼາຍຂຶ້ນ ຫຼັງຈາກ ຜ່ານເທດສະການ ວັນຂຶ້ນປີໃໝ່ ຂອງຫວຽດນາມ ໂດຍຈະເລີ່ມເປີດທຸລະກິດການບິນ, ການທ່ອງທ່ຽວ ແລະ ການສຶກສາອີກຄັ້ງ ຫຼັງຈາກ ໃຊ້ມາດຕະການ ຈຳກັດມາເກືອບ 2 ປີ ຍ້ອນເກີດການລະບາດຂອງພະຍາດໂຄວິດ-19.

ສຳນັກງານ ການບິນພົນລະເຮືອນ ຂອງຫວຽດນາມ ໄດ້ເປີດຄືນຖ້ຽວບິນ ໄປ-ກັບ ຈາກນະຄອນຫຼວງບາງກອກ ຂອງໄທ, ນະຄອນຫຼວງໂຕກຽວ ຂອງຍີ່ປຸ່ນ, ນະຄອນຫຼວງ ເຊອຸນ ຂອງ ສ. ເກົາຫຼີ ນະຄອນຫຼວງ ວຽງຈັນ ຂອງ ສປປ ລາວ, ນະຄອນຫຼວງພະນົມເປັນ ຂອງກຳປູເຈຍ, ສິງກະໂປ, ນະຄອນຊານຟຣານຊິສໂກ ແລະ ນະຄອນລອສແອນເຈລິສ ຂອງ ອາເມລິກາ.

ຂະນະນີ້ ພວມກຽມເປີດຄືນຖ້ຽວບິນໄປ ອົດສະຕຣາລີ, ອັງກິດ, ຝຣັ່ງ ແລະ ເຢຍລະມັນ. ຂະນະທີ່ ຫວຽດນາມ ກຽມເປີດປະເທດ ຕ້ອນຮັບ ນັກທ່ອງທ່ຽວ ຢ່າງເຕັມ ຮູບແບບ ໃນວັນທີ 31 ມີນານີ້ ເພາະເຊື່ອວ່າພົນລະເມືອງສ່ວນ ໃຫຍ່ ໃນປະເທດໄດ້ສັກວັກຊີນເຂັມກະຕຸ້ນແລ້ວ.

ສຳລັບຊາວຕ່າງປະເທດທີ່ຈະເດີນທາງເຂົ້າຫວຽດນາມຕ້ອງມີປະກັນສຸຂະພາບ ສຳລັບປິ່ນປົວໂຄວິດ-19 ໃນວົງເງິນ ບໍ່ຕ່ຳກວ່າ 50.000 ໂດລາສະຫະລັດ ຕ້ອງມີຜົນກວດຫາເຊື້ອແບບ PCR ເປັນລົບ ແຕ່ບໍ່ຕ້ອງກວດແບບ ATK ເມື່ອມາເຖິງ ສະໜາມບິນອີກຕໍ່ໄປ, ຜູ້ສັກວັກຊີນຄົບໂດສແລ້ວ ຫຼື ຫາກໍ່ປິ່ນປົວດີ ຈາກໂຄວິດ-19 ຕ້ອງກັກຕົວເປັນເວລາ 3 ວັນ, ສ່ວນຜູ້ທີ່ຍັງບໍ່ສັກວັກຊີນຄົບໂດສ ຕ້ອງຖືກ ກັກຕົວ 7 ວັນ.