WHO ເຕືອນ ໂອມີຄຣອນ ຍັງມີຄວາມສ່ຽງສູງ ພົບການ ລະບາດທົ່ວໂລກກວມ 89%

62

ອົງການອະນາໄມໂລກ (WHO) ອອກມາເຕືອນວ່າ ຄວາມສ່ຽງຈາກການລະບາດຂອງເຊື້ອກາຍພັນໂອມີຄຣອນຍັງຢູ່ລະດັບສູງ ໂດຍຈຳນວນຜູ້ຕິດເຊື້ອໃໝ່ເພີ່ມຂຶ້ນເຖິງ 21 ລ້ານຄົນໃນ 1 ອາທິດຜ່ານມາ ເຊິ່ງຖືວ່າສູງສຸດຂອງຍອດຜູ້ຕິດເຊື້ອໃນ 1 ອາທິດ ນັບຕັ້ງແຕ່ເກີດການລະບາດຂອງພະຍາດໂຄວິດ-19 ເປັນຕົ້ນມາ.

WHO ລະບຸວ່າ: ຈຳນວນຜູ້ຕິດເຊື້ອເພີ່ມຂຶ້ນ 5% ໃນອາທິດຜ່ານມາ, ຂະນະທີ່ 1 ອາທິດກ່ອນໜ້ານີ້ ຍອດຜູ້ຕິດເຊື້ອໃໝ່ເພີ່ມຂຶ້ນ 20%, ສ່ວນຜູ້ເສຍຊີວິດຢູ່ທີ່ປະມານ 50.000 ຄົນ ເຊິ່ງຕົວເລກຜູ້ເສຍຊີວິດດັ່ງກ່າວເທົ່າໆກັບ 1 ສັບປະດາກ່ອນໜ້ານີ້.

WHO ຊີ້ວ່າ ໂອມີຄຣອນ ໄດ້ກາຍເປັນສາຍພັນຫຼັກທີ່ລະບາດຢູ່ໃນໂລກໃນຂະນະນີ້, ຂະນະທີ່ສາຍພັນເດວຕ້າ ໄດ້ມີຜູ້ຕິດເຊື້ອຫຼຸດລົງຢ່າງຕໍ່ເນື່ອງ, ສ່ວນສາຍພັນອານຟາ, ເບຕ້າ ແລະ ແກມມາ ພົບໜ້ອຍທີ່ສຸດ.

ບັນດາປະເທດທີ່ພົບການເພີ່ມຂຶ້ນຢ່າງໄວວາຂອງຜູ້ຕິດເຊື້ອສາຍພັນໂອມີຄຣອນໃນເດືອນພະຈິກ-ທັນວາປີຜ່ານມາ ຂະນະນີ້ ຕົວເລກຜູ້ຕິດເຊື້ອເລີ່ມຫຼຸດລົງ, ແນວໃດກໍຕາມ ອົງການອະນາໄມໂລກເຕືອນວ່າ ເມື່ອເບິ່ງຈາກພາບລວມໃນຂະນະນີ້ ຄວາມສ່ຽງໃນພາບລວມທີ່ກ່ຽວຂ້ອງກັບສາຍພັນໂອມີຄຣອນຍັງຢູ່ໃນລະດັບສູງ.

ທັງນີ້ ຕົວຢ່າງທີ່ເກັບລວບລວມໃນ 30 ວັນຜ່ານມາ ແລະ ໄດ້ສົ່ງຂໍ້ມູນໄປຍັງ GISDIA ລະບຸວ່າ ພົບເຊື້ອກາຍພັນໂອມີຄຣອນກວມເອົາ 89,1% ຂະນະທີ່ເຊື້ອເດວຕ້າພົບພຽງ 10,7% ເທົ່ານັ້ນ.