IMF ປັບຫຼຸດຄາດການເສດຖະກິດໂລກລົງ

104

ກອງທຶນການເງິນລະຫວ່າງປະເທດ (IMF) ໄດ້ເຜີຍແຜ່ບົດລາຍງານຄາດການເສດຖະກິດໂລກ (World Economic Forum) ສະແດງໃຫ້ເຫັນວ່າ ສະຫະລັດອາເມຣິກາ ແລະ ຈີນ ເຊິ່ງເປັນປະເທດທີ່ມີເສດຖະກິດຂະໜາດໃຫຍ່ທີ່ສຸດຂອງໂລກ ກຳລັງປະເຊີນກັບເສດຖະກິດສະລໍຕົວໃນປີ 2022 ນີ້.

ໄອເອັມເອຟ ລະບຸວ່າ: ການເຕີບໂຕຂອງເສດຖະກິດໂລກປີນີ້ ຈະຊ້າລົງ ເນື່ອງຈາກເກີດບັນຫາເງິນເຟີ້ເພີ່ມສູງຂຶ້ນ, ບັນຫາຕ່ອງໂສ້ການສະໜອງ ຫຼື ຊັບ ພລາຍເຊັນທີ່ຍັງແກ້ໄຂບໍ່ຕົກ, ບັນຫາການແຜ່ລະບາດຂອງເຊື້ອກາຍພັນໂອມີຄຣອນ ເຮັດໃຫ້ກິດຈະກຳດ້ານເສດຖະກິດບາງພື້ນທີ່ຂອງບາງປະເທດປິດກິດຈະການຊົ່ວຄາວ, ລວມທັງການຂາດແຄນແຮງງານ.
ໄອເອັມເອຟ ລະບຸວ່າ: ເສດຖະກິດໂລກປີນີ້ ຂະຫຍາຍຕົວຊ້າລົງກວ່າທີ່ຄາດການໄວ້ ເຊິ່ງຄາດວ່າຈະຂະຫຍາຍຕົວຢູ່ໃນລະດັບ 4,4% ຈາກ 4,9% ທີ່ຄາດການໄວ້ກ່ອນໜ້ານີ້.

ສຳລັບສະຫະລັດອາເມຣິກາ ໄອເອັມເອຟ ຊີ້ວ່າ ການທີ່ທະນາຄານກາງສະຫະລັດ (ເຟດ) ຫັນມາໃຊ້ນະໂຍບາຍການເງິນທີ່ເຂັ້ມງວດຂຶ້ນ ບວກກັບການຍູ້ດັນງົບປະມານມູນຄ່າ 2,2 ລ້ານລ້ານໂດລາສະຫະລັດ ຍັງບໍ່ຜ່ານສະພາຄອງເກຣຊ ເພື່ອລົງທຶນໃສ່ໂຄງລ່າງພື້ນຖານ ລວມທັງນະໂຍບາຍດ້ານສັງຄົມຂອງລັດຖະບານກາງສະຫະລັດ ເປັນໜຶ່ງໃນເຫດຜົນທີ່ເຮັດໃຫ້ໄອເອັມເອຟ ປັບຫຼຸດຄາດການເສດຖະກິດຂອງອາເມຣິກາລົງຈາກ 5,2% ທີ່ຄາດການໄວ້ກ່ອນໜ້ານີ້ ຫຼຸດລົງມາເຫຼືອ 4%.

ໃນຂະນະທີ່ເສດຖະກິດຈີນ ຖືວ່າເປັນກົນໄກຫຼັກໃນການຂັບເຄື່ອນການເຕີບໂຕຂອງເສດຖະກິດໂລກໃນຊຸມປີຜ່ານມານີ້, ໄອເອັເອຟລະບຸວ່າ ການທີ່ບໍລິສັດອະສັງຫາລິມະຊັບຍັກໃຫຍ່ຂອງຈີນປະສົບບັນຫາສະພາບຄ່ອງ ບວກກັບນະໂຍບາຍຄວບຄຸມໂຄວິດ-19 ເປັນສູນ ເຊິ່ງເຮັດໃຫ້ຈຳກັດການເດີນທາງຢ່າງເຂັ້ມງວດ ເຮັດໃຫ້ກິດຈະກຳທາງເສດຖະກິດບາງສ່ວນຕ້ອງປິດຕົວລົງຊົ່ວຄາວ ລວມທັງປະລິມານການບໍລິໂພກຫຼຸດລົງ ເຮັດໃຫ້ເສດຖະກິດຈີນຂະຫຍາຍຕົວຊ້າລົງເຫຼືອ 4,8% ໃນປີນີ້ ຈາກ 5,6% ທີ່ເຄີຍຄາດການໄວ້ກ່ອນໜ້ານີ້.

ແນວໃດກໍຕາມ ໄອເອັມເອຟ ຢ້ຳວ່າ: ການຄາດການຕົວເລກການເຕີບໂຕຂອງເສດຖະກິດໂລກ ຍັງບໍ່ມີຄວາມແນ່ນອນ ເນື່ອງຈາກຫຼາຍປັດໄຈ, ໃນນັ້ນ ການແຜ່ລະບາດຂອງພະຍາດໂຄວິດ-19 ບັນຫາໄພທຳມະຊາດທີ່ເກີດຈາກການປ່ຽນແປງດິນຟ້າອາກາດ, ບັນຫາດ້ານຊັບພລາຍເຊັນ ລວມທັງຄວາມເຄັ່ງຕຶງດ້ານການເມືອງ. ສ່ວນຄວາມສ່ຽງຈາກວິກິດໂຄວິດ ຖືວ່າຢູ່ໃນຊ່ວງຂາລົງ ໂດຍຄວາມສູຍເສຍດ້ານເສດຖະກິດຈາກການແຜ່ລະບາດຂອງພະຍາດໂຄວິດ-19 ມາຮອດທ້າຍປີ 2021 ຢູ່ທີ່ປະມານ 13,8 ລ້ານລ້ານໂດລາສະຫະລັດ.