ມາດຕະການຄວບຄຸມໂອມີຄຣອນ ເຮັດໃຫ້ເສດຖະກິດຢູໂຣໂຊນ ສະລໍຕົວລົງ

70

IHS Markit ຜູ້ນຳລະດັບໂລກດ້ານຂໍ້ມູນ ແລະ ການວິເຄາະສຳລັບອຸດສາຫະກຳ ແລະ ຕະຫຼາດສຳຄັນຂອງໂລກ ໄດ້ເຜີຍແຜ່ຜົນສຳຫຼວດຊີ້ວ່າ ເສດຖະກິດຂອງຢູໂຣໂຊນ ໄດ້ສະລໍຕົວລົງໃນເດືອນມັງກອນປີນີ້, ຂະນະທີ່ມາດຕະການຄວບຄຸມການແຜ່ລະບາດຂອງເຊື້ອກາຍພັນໂອມີຄຣອນ ໄດ້ສົ່ງຜົນກະທົບຕໍ່ການໃຊ້ຈ່າຍຂອງຜູ້ບໍລິໂພກ ເຊິ່ງໄດ້ກາຍເປັນອຸປະສັກຕໍ່ການຟື້ນຕົວຂອງເສດຖະກິດໃນພູມີພາກນີ້.

IHS Markit ລະບຸວ່າ: ການຂະຫຍາຍຕົວຂອງເສດຖະກິດຢູໂຣໂຊນ ໄດ້ສະລໍຕົວຕ່ຳລົງໃນຮອບ 11 ເດືອນ ເຊິ່ງເປັນຜົນມາຈາກການສະລໍຕົວລົງຂອງພາກບໍລິການ, ຂະນະທີ່ພາກອຸດສາຫະກຳການຜະລິດ ກໍສະລໍຕົວລົງຈາກບັນຫາທ້າທາຍຫ່ວງໂສ້ອຸປະທານ.
ການແຜ່ລະບາດຂອງເຊື້ອກາຍພັນໂອມີຄຣອນ ໄດ້ເຮັດໃຫ້ມີຜູ້ຕິດເຊື້ອເພີ່ມສູງຂຶ້ນ ໄດ້ສົ່ງຜົນກະທົບຕໍ່ພາກບໍລິການ ໂດຍສະເພາະພະນັກງານຮັບສົ່ງສິນຄ້າ ແລະ ຕ້ອງປະຕິບັດມາດຕະການເວັ້ນໄລຍະຫ່າງທາງສັງຄົມອີກຕໍ່ໄປ.

ທັງນີ້ ດັດສະນີຜູ້ຈັດການຝ່າຍຈັດຊື້ (PMI) ເຊິ່ງເປັນຕົວຊີ້ວັດດ້ານເສດຖະກິດ ທີ່ IHS Markit ສຳຫຼວດໃນຢູໂຣໂຊນ ໃນເດືອນມັງກອນຊີ້ວ່າ ຫຼຸດລົງຢູ່ທີ່ 52,4 ຈາກ 53,3 ໃນເດືອນທັນວາ 2021 ແລະ 59 ໃນເດືອນສິງຫາ 2021 ເຊິ່ງຖ້າຫາກວ່າ ຄ່າ PMI ຢູ່ເໜືອ 50 ສະແດງໃຫ້ເຫັນວ່າ ເສດຖະກິດຂະຫຍາຍຕົວດີຂຶ້ນ ແຕ່ເມື່ອມາປຽບທຽບເດືອນຕໍ່ເດືອນແລ້ວ ຄ່າ PMI ຂອງຢູໂຣໂຊນໃນເດືອນມັງກອນ 2022 ຫຼຸດລົງ ເມື່ອທຽບກັບທ້າຍປີຜ່ານມາ.

IHS Markit ລະບຸວ່າ: ອຸດສາຫະກຳການທ່ອງທ່ຽວ, ການເດີນທາງ ແລະ ພາກບໍລິການອື່ນໆ ໄດ້ຮັບຜົນກະທົບຫຼາຍທີ່ສຸດ ແຕ່ຜົນກະທົບຈາກການລະບາດຂອງໂອມີຄຣອນ ຍັງຖືວ່າ ບໍ່ຮຸນແຮງເທົ່າກັບການລະບາດຄັ້ງຜ່ານໆມາ ແລະ ຜົນກະທົບຂອງແຕ່ລະປະເທດກໍແຕກຕ່າງກັນໄປ.