ມູນຄ່າການຄ້າຈີນ-ຣັດເຊຍ ເພີ່ມຂຶ້ນເປັນປະຫວັດການ

119

ຂໍ້ມູນຈາກກົມໃຫຍ່ພາສີ ຂອງຈີນ ເປີດເຜີຍໃນວັນທີ 25 ມັງກອນ 2022 ວ່າ: ມູນຄ່າການຄ້າຈີນ -ຣັດເຊຍ ໃນປີ 2021 ຢູ່ໃນລະດັບ 146.880 ລ້ານໂດລາ ສະຫະລັດ ເພີ່ມຂຶ້ນ 35,8% ເມື່ອທຽບໃສ່ ປີ 2020 ຖືວ່າ ສູງສຸດເປັນປະຫວັດການ.

ລາຍງານລະບຸວ່າ: ທ່ານ ວາລາດີເມຍ ປູຕິນ ປະທານາທິບໍດີ ຣັດເຊຍ ຈະເຂົ້າຮ່ວມ ພິທີເປີດ ການແຂ່ງຂັນ ກີລາໂອລິມປິກ ລະດູໜາວ ທີ່ນະຄອນຫຼວງປັກກິ່ງ ເປັນເຈົ້າພາບ ໃນວັນທີ 4 ກຸມພາຈະເຖິງນີ້ ແລະ ຈະພົບປະກັບ ທ່ານ ສີ ຈິ້ນຜີງ ປະທານປະເທດຈີນ ໂດຍຄາດວ່າ ການພົບປະຂອງສອງ ຜູ້ນຳ ຈະມີການລົງນາມຂໍ້ຕົກລົງການຮ່ວມມື ທາງເສດຖະກິດ ແລະ ການເມືອງ ຫຼາຍສະບັບ ລວມທັງ ການລົງນາມ ສັນຍາ ຂັ້ນສຸດທ້າຍ ສຳລັບໂຄງການພະລັງງານ ແກັສທຳມະຊາດ ໄຊບີເຣຍ-2 (Siberian-2).