ຈີນ ເລັ່ງກໍ່ສ້າງທາງລົດໄຟຄວາມໄວສູງເພີ່ມຂຶ້ນ

102

ສຳນັກຂ່າວຕ່າງປະເທດລາຍງານວ່າ ຈີນ ຈະຂະຫຍາຍ ທາງລົດໄຟ ຄວາມໄວສູງ ເພີ່ມຂຶ້ນ ໂດຍຄາດວ່າ ໃນປີ 2025 ບັນດາເມືອງ ທີ່ມີປະຊາກອນ ຫຼາຍກວ່າ 500.000 ຄົນ ຈະສາມາດເຂົ້າເຖິງລົດໄຟຄວາມໄວສູງໄດ້.

ສຳລັບ ໃນປີ 2025 ທາງລົດໄຟ ທົ່ວປະເທດຈີນ ຈະມີຄວາມຍາວ ລວມທັງໝົດ 165.000 ກິໂລແມັດ ເພີ່ມຈາກ 146.000 ກິໂລແມັດ ໃນປີ 2020. ສຳລັບ ທາງລົດໄຟໃຕ້ດິນ ໃນເຂດຕົວເມືອງ ຕັ້ງເປົ້າໄວ້ທີ່ 10.000 ກິໂລແມັດ ເພີ່ມຈາກ 6.600 ກິໂລແມັດ. ຂະນະທີ່ ທາງດ່ວນ ຈະເພີ່ມຂຶ້ນຈາກ 161.000 ກິໂລແມັດ ມາເປັນ 190.000 ກິໂລແມັດ. ສ່ວນການເດີນທາງທາງ ອາກາດ ໄດ້ຕັ້ງເປົ້າ ເພີ່ມສະໜາມບິນ ພົນລະເຮືອນ ຫຼາຍກວ່າ 270 ແຫ່ງ ຈາກ 241 ແຫ່ງ. ພ້ອມຕັ້ງເປົ້າໃຫ້ລະບົບ ການຂົນສົ່ງຕ່າງໆ ເປັນມິດ ກັບສິ່ງແວດລ້ອມຫຼາຍຂຶ້ນ ໂດຍຈະໄດ້ຫັນ ລົດໂດຍສານ 72% ຂອງຈຳນວນລົດໂດຍສານທັງໝົດ ປ່ຽນແທນລົດທີ່ຂັບເຄື່ອນດ້ວຍພະລັງງານໃໝ່ ເພື່ອຫຼຸດການປ່ອຍອາຍພິດຄາບອນໄດອ໋ອກຊາຍໃຫ້ໄດ້ 5% ໂດຍເປົ້າໝາຍຫຼັກ ຄືການພັດທະນາ ແບບປະສົມ ປະສານ ໃນປີ 2025 ໂດຍຜ່ານ ການຄົ້ນຄວ້າ ຢ່າງຈິງໃຈ ໃນການຫັນປ່ຽນ ຢ່າງຊານສະຫຼາດ ແລະ ເປັນມິດກັບ ສິ່ງແວດລ້ອມ ຂອງລະບົບ ຄົມມະນາຄົມຂົນສົ່ງຂອງຈີນ.