ສະຫະລັດ-ຣັດເຊຍ ຈັບມືຫຼຸດຄວາມເຄັ່ງຕຶງ ໃນອູແກຣນລົງ

137

ສຳນັກຂ່າວເອເອຟພີລາຍງານວ່າ ທ່ານ ແອນໂທນີ ບຣິງເຄັນ ລັດຖະມົນຕີກະຊວງການຕ່າງປະເທດສະຫະລັດອາເມຣິກາ ໄດ້ປຶກສາຫາລືກັບ ທ່ານ ເຊີເກ ລາຟຣອຟ ລັດຖະມົນຕີກະຊວງການຕ່າງປະເທດຂອງຣັດເຊຍ ໄດ້ຕົກລົງກັນຫຼຸດ ຄວາມເຄັ່ງຕຶງບໍລິເວນຊາຍແດນອູແກຣນໂດຍສະຫະລັດສັນຍາວ່າ ຈະຕອບກັບ ຄວາມຮຽກຮ້ອງຕ້ອງການຂອງຣັດເຊຍເປັນລາຍລັກອັກສອນໃນອາທິດນີ້. ທ່າມກາງຄວາມວິຕົກກັງວົນຂອງປະເທດຕາເວັນຕົກ ທີ່ລະແວງວ່າ ຣັດເຊຍອາດສົ່ງທະຫານເຂົ້າປະຈຳການບໍລິເວນຊາຍແດນທີ່ຕິດກັບອູແກຣນເພີ່ມຂຶ້ນ ເພື່ອກຽມພ້ອມບຸກອູແກຣນ, ໃນຂະນະທີ່ຣັດເຊຍປະຕິເສດວ່າ ບໍ່ມີແຜນບຸກໂຈມຕີອູແກຣນ ແຕ່ຮຽກຮ້ອງໃຫ້ສະຫະລັດບໍ່ຮັບເອົາອູແກຣນເປັນສະມາຊິກຂອງກຸ່ມນາໂຕຢ່າງຖາວອນ.