ບ້ານກຸດລໍາພອງຈັດງານເທດສະການຊົມສວນໝາກແຕງຊ້າງ-ຖົ່ວຫຼາ

80

ວັນທີ 22 ມັງກອນ 2022 ນີ້ ບ້ານກຸດລໍາພອງ ເມືອງລະຄອນເພັງ ໄດ້ຈັດພິທີເປີດງານເທສະການຊົມສວນໝາກແຕງຊ້າງ-ຖົ່ວຫຼາ ຕິດພັບກັບກິດຈະກໍາຕຶກເບັດວັງສະຫງວນກຸດລໍາພອງ ເພື່ອເປັນໜໍ່ແໜງສົ່ງເສີມການ ທ່ອງທ່ຽວເຊິ່ງກະເສດ ແລະວິຖີຊີວິດຂອງຊຸມ ຊຸກຍູ້ສົ່ງເສີມຂະບວນ ການຜະລິດ ຕິດພັນກັບການໂຄສະນາ ແລະຊອກຕະຫຼາດ ເພື່ອເຮັດໃຫ້ໝາກແຕງຊ້າງ-ຖົ່ວຫຼາ ຂອງບ້ານກຸດລໍາພອງ ເປັນທີ່ຮູ້ຈັກ ແລະຕ້ອງການຂອງຕະຫຼາດເປັນວົງກ້ວາງ ປະກອບ ສ່ວນແກ້ໄຂຊີວິດການເປັນຢູ່ ແລະພັດທະນາບ້ານຕາມທິດ ສາມສ້າງ

ໂດຍພິທີໄດ້ຈັດຂຶ້ນທີ່ ແຄມຫ້ວຍເຊືອກ ເປັນກຽດເຂົ້າຮ່ວມຂອງທ່ານ ສົມໃຈ ອຸ່ນຈິດ ຄະນະປະຈໍາພັກແຂວງ ຮອເຈົ້າແຂວງສາລະວັນ ຜູ້ຊີ້ນໍາຂົງເຂດວັດທະນະທໍາ-ສັງຄົມແຂວງ, ທ່ານ ຂັນໄຊ ລັດຖະເຮົ້າ ຄະນະປະຈໍາພັກແຂວງ ຮອງປະທານສະພາປະຊາຊົນແຂວງ, ທ່ານ ທອງດີ ຈັນທະວົງ ກໍາມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງລະຄອນເພັງ, ມີບັນດາທ່ານຄະນະນໍາຂອງເມືອງ, ຄະນະນໍາພະແນກການອ້ອມຂ້າງແຂວງ, ເຈົ້າເມືອງທ່າປາງທອງ, ເຈົ້າເມືອງວາປີ, ເຈົ້າເມືອງຄົງເຊໂດນ ແລະເລຂາໜ່ວຍພັກ-ນາຍພ້ອມການຈັດຕັ້ງ ແລະພໍ່ແມ່ປະຊາຊົນບ້ານກຸດລໍາພອງເຂົ້າຮ່ວມຢ່າງຟົດຟື້ນ.

.


ທ່ານ ວົງລາວັນ ໂສມສະຫວັດ ເລຂາໜ່ວຍພັກ-ນາຍບ້ານ ກຸດລໍາພອງ ໄດ້ໃຫ້ຮູ້ວ່າ: ບ້ານກຸດລໍາພອງຕັ້ງຫ່າງຈາກເທສະບ້ານເມືອງປະມານ 40 ກມ, ມີ 85 ຄອບຄົວ, 119 ຄອບຄົວ, ພົນລະເມືອງ 518 ຄົນ, ຍິງ 266 ຄົນ, ມີອາຊີບເຮັດນາເປັນຕົ້ນຕໍ່, ລ້ຽງສັດເປັນອາຊີບສໍາຮອງ, ນອກນີ້, ຍັງມີມູນເຊື້ອໃນການເຮັດສວນປູກໝາກແຕງຊ້າງ-ຖົ່ວຫຼາຕາມລໍານໍ້າຫ້ວຍເຊືອກ ເຊິ່ງເປັນເອກະລັກສະເພາະຂອງບ້ານ ແລະສະເພາະປີນີ້ ມີປະຊາຊົນເຮັດສວນໝາກແຕງຊ້າງໝາກຖົ່ວຫຼາທັງໝົດຈໍານວນ 100 ກ່ວາຄອບຄົວ.


Cr: ສື່ມວນຊົນລະຄອນເພັງ