ສັກວັກຊີນເຂັມກະຕຸ້ນ ຫຼາຍເກີນໄປ ອາດເຮັດໃຫ້ ພູມຄຸ້ມກັນອ່ອນແອລົງໄດ້

107

ສຳນັກງານຢາແຫ່ງສະຫະພາບເອີຣົບ (EMA) ເຕືອນວ່າ ການສັກວັກຊີນປ້ອງກັນໂຄວິດ-19 ເຂັມກະຕຸ້ນ ຫຼື ບູສເຕີໂດສ ຫຼາຍເກີນໄປອາດຈະເຮັດໃຫ້ພູມຄຸ້ມກັນຂອງຮ່າງກາຍອ່ອນແອລົງໄດ້ ເຊິ່ງໝາຍຄວາມວ່າ ວັກຊີນ ບູສເຕີໂດສ ເຂັມຕໍ່ໆໄປອາດໃຊ້ບໍ່ໄດ້ຜົນ.

ທ່ານ ມາໂກ ຄາວາເລຣີ ຫົວໜ້າຝ່າຍຍຸດທະສາດວັກຊີນຂອງ ສຳນັກງານຢາແຫ່ງສະຫະພາບເອີຣົບ ກ່າວວ່າ: ການສັກວັກຊີນເຂັມບູສເຕີໂດສນັ້ນ ສາມາດສັກໄດ້ ໜຶ່ງ ຫຼື ສອງຄັ້ງ ໃນລັກສະນະດຽວກັນກັບການສັກວັກຊີນປ້ອງກັນໄຂ້ຫວັດໃຫຍ່ທີ່ສັກປີລະຄັ້ງ ແຕ່ບໍ່ຄວນສັກຖີ່ເກີນໄປ ແລະ ສັກຕໍ່ເນື່ອງ.

ຄຳເຕືອນດັ່ງກ່າວ ໝາຍເຖິງການສັກວັກຊີນປ້ອງກັນໂວິດ-19 ເຂັມທີ 4 ເຊິ່ງສອດຄ່ອງກັບຜູ້ຊ່ຽວຊານດ້ານສາທາລະນະສຸກຂອງອັງກິດທີ່ລະບຸວ່າ ຍັງບໍ່ມີຄວາມຈຳເປັນທີ່ຈະສັກເຂັມທີ 4 ໃຫ້ປະຊາຊົນ ພ້ອມຢືນຢັນວ່າ ວັກຊີນເຂັມທີ 3 ກໍສາມາດປ້ອງກັນອາການເຈັບປ່ວຍໜັກ ແລະ ປ້ອງກັນເສຍຊີວິດໄດ້ແລ້ວ.

ໃນຂະນະທີ່ອົງການອະນາໄມໂລກຢ້ຳວ່າ: ໂຄງການສັກວັກຊີນເຂັມກະຕຸ້ນແບບລັກສະນະຫວ່ານແຫ ໃນບັນດາປະເທດຮັ່ງມີ ອາດເຮັດໃຫ້ການແຜ່ລະບາດຂອງພະຍາດໂຄວິດຍືດເຍື້ອອອກໄປອີກ ເພາະພາລະກິດສຳຄັນຄື ການຫຼຸດອັດຕາການເສຍຊີວິດຈາກໂຄວິດລົງ ແລະ ຊ່ວຍໃຫ້ປະເທດທຸກຍາກບັນລຸເປົ້າໝາຍການສັກວັກຊີນໃຫ້ປະຊາຊົນເສຍກ່ອນ.